ວະລິສະລາ ຕັງສຸວັນ (ເມ) ໄດ້ເປັນຕົວແທນຈາກປະເທດລາວເຮົາໄປແຂ່ງຂັນປະກວດນາງງາມໃນເວທີ “Miss Chinese world 2017” ຢູ່່ທີ່ປະເທດ ມາເລເຊຍ ກຳໜົດການເກັບຕົວເລີ່ມວັນທີ່14-26 ພຶດສະພາ 2017 ນີ້, ຂໍເປັນກຳລັງໃຈໃຫ້ ເມ ວະລິສະລາ ຈົ່ງເຮັດໃຫ້ດີທີ່ສຸດ…ສູ້ໆ ເດີ້…
https://www.facebook.com/Mayvarissarapage/videos/1418224641575439/
ສຳລັບ ເມ ວະລິສະລາ ຕັງສຸວັນ ອາຍຸ 27 ປີ ຈົບການສຶກສາປະລິນຍາໂທຈາກ ສປ.ຈີນ ສາຂາພົວພັນຕ່າງປະເທດ (International Relationship) ຈາກມະຫາວິທະຍາໄລ ຍຸນນານ, ເຄີຍປະກວດເວທີໃຫ່ຍໆລະດັບໂລກມາແລ້ວນັ້ນກໍຄື “Miss Tourism Queen Of The Year International 2016” ແລະ ໄດ້ລາງວັນມາຝາກປະຊາຊົນລາວເຮົາກໍຄືລາງວັນ “ນາງງາມມິດຕະພາບ” ຈົນສ້າງຄວາມຮືຮາ ແລະ ສື່ສຽງໃຫ້ປະເທດລາວມາແລ້ວ.
#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ




ຮູບພາບຈາກ: Varissara May Tangsouvanh
Kuanjai Magazine
