The rapper 2020 ເປັນອີກໜື່ງເວທີການປະກວດເພງ “ແຣັບ” ອີກລາຍການໜື່ງ ທີ່ເປີດໂອກາດໃຫ້ຄົນທີ່ມີຄວາມມັກຮັກໃນການຮ້ອງເພງ ແຣັບ ໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນເອງເທິງເວທີນີ້… ພ້ອມກັນນັ້ນ The rapper ຍັງເປັນອີກໜື່ງລາຍການ ທີ່ມີຄົນຕິດຕາມ ແລະ ເປັນທີ່ນິຍົມອັນດັບຕົ້ນໆຂອງທາງ ປະເທດໄທ ເຊິ່ງອອກອາກາດ ຜ່ານທາງຊ່ອງ Work point ! ເຊິ່ງຫຼ້າສຸດກໍມີຄົນລາວຄົນໜື່ງ ທີ່ຮັກມັກໃນການ ແຣັບ ກໍເຂົ້າຮ່ວມປະກວດລາຍການນີ້ເຊັ່ນກັນ ນັ້ນກໍຄື ສາວ ເອ ສຸດາ ເດດວົງສາ ອາຍຸ 19 ປີ ຫຼື Aezy Red ແລະ ຮອບທໍາອິດກໍສາມາດຜ່ານເຂົ້າໄປໄດ້ແບບສະບາຍ ດ້ວຍສາມາດທີ່ບໍ່ທໍາມະດາອີຫຼີເລີຍກໍວ່າໄດ້ ເຊິ່ງໄດ້ເປັນລູກທີມຂອງ ປູຈ່ານ ລອງໄມ!!!
ຮອບນີ້ Aezy Red ເຮັດຜົນງານໄດ້ດີ ແລະ ປະທັບໃຈຕໍ່ກໍາມະການຫຼາຍ ຈົນເຮັດໃຫ້ໄດ້ມວກທອງຈາກໂປດິວເຊີໄປເຂົ້າຮອບໂດຍອັດຕະໂນມັດ…ທີ່ພິເສດໄປກວ່ານັ້ນ Aezy Red ກໍໄດ້ເອົາເພງ ເຈົ້າບໍ່ແມ່ນອາກາດ ທີ່ທ່ອນແຣັບເປັນພາສາໄທ ແລະ ລາວປະສານກັນ ເຊິ່ງເປັນທີ່ຕື່ນຕາຕື່ນໃຈກັບສໍານຽງຫຼາຍ ເຮົາໄປເບິ່ງຄລິບນໍາກັນເລີຍ ວ່າຊິມ່ວນສໍ່າໃດ ທຸກໆທ່ອນແຣັບນັ້ນເຮັດໃຫ້ກໍາມະການ ແລະ ຄົນໃນຫ້ອງສົ່ງຕ້ອງລຸກຂຶ້ນຕົບມືກັນຢ່າງຫຼວງຫຼາຍ ແລະ ບວກກັບພາສາທີ່ປະສົມກັນເຂົ້າກັນຢ່າງລົງໂຕ, ແຖມເນື້ອທີ່ສາວ Aezy Red ແຮັບອອກມາມັນຖືກໃຈ ເອົາໃຈສາຍແຣັບໄປເຕັມໆ!!!
https://www.facebook.com/TheRapperTH/videos/269705287351857/?t=152
ຄັ້ງນີ້ສາວ Aezy Red ກໍໄດ້ຄໍາຍ້ອງຍໍຊື່ນຊົມຈາກຄົນເປັນຈໍານວນຫຼາຍ!!! ນັບວ່າເປັນການເປີດກ້າງວົງການເພງແຣັບລາວ, ວົງການບັນເທີງລາວໃຫ້ເປັນທີ່ຮູ້ຈັກກັນຫຼາຍຂຶ້ນ ໃຫ້ຮູ້ວ່າຄົນລາວເຮົາກໍມີຄວາມສາມາດບໍ່ແພ້ໃຜ…


ທຸກຄົນ ສາມາດຕິດຕາມການແຂ່ງຂັນ ແລະ ເຊຍ Aezy Red ໄດ້ ໃນລາຍການ The Rapper 2020 “Civil War” ທາງເພຈ໌ The Rapper.
ຂອບໃຈຂໍ້ມູນຈາກ: ຊຸບຊິບບັນເທິງ
Tagged Aezy Red, The Rapper 2020 “Civil War”, TheRapper, ເອ ສຸດາ ເດດວົງສາ
Kuanjai Magazine
