ຖືໄດ້ວ່າເປັນອີກໜື່ງຂ່າວທີ່ເສົ້າສະຫຼົດໃຈ ທີ່ວົງການນັກຂຽນ-ນັກປະພັນລາວ ສູນເສຍບຸກຄົນສໍາຄັນໄປ ເມື່ອ ທ່ານ ສົມໃຈ ຈັນທະວົງ ນາມປາກກາ ສ. ພວງດອກຊ້ອນ ນັກປະພັນ ຜູ້ທີ່ມີຊື່ສຽງຂອງລາວທັງເປັນເຈົ້າຂອງລາງວັນຊີໄຣ ໄດ້ຕັດສິນໃຈ ຈົບຊີວິດດ້ວຍການໂດດຕຶກ ເພື່ອຕັດບັນຫາທຸກຢ່າງໃນຊີວິດ ພ້ອມຖິ້ມຈົດໝາຍລາໄວ້ໃຫ້ຄອບຄົວແທນກາຍ…
ຈາກການລາຍງານຂອງຜູ້ເຫັນເຫດການ ໃຫ້ຮູ້ວ່າ: ວັນທີ 7 ພຶດສະພາ 2020 ມີຄົນກະໂດດຕຶກ ຈາກຊັ້ນ 8 ໂຮງໝໍ 103 ຕຶກໃໝ່ (ຕຶກກວດເສັ້ນປະສາດ) ເປັນເພດຊາຍ ພ້ອມກວດສອບມີຂຽນໃບສັ່ງລາຕາຍ ສາເຫດຄາດວ່າ ນ້ອຍໃຈຍ້ອນຕົນເອງຈະຕ້ອງເປັນອຳມະພາດຕະຫຼອດຊີວິດ (ອຳມະພາດບາງສ່ວນ) ດ້ານລາຍລະອຽດຕົວຈິງຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຢູ່



ທັງນີ້, ຜູ້ກ່ຽວຍັງໄດ້ຂຽນຈົດໝາຍໄວ້ ໂດຍມີເນື້ອໃນວ່າ: ການນໍາທຸກຂັ້ນ, ການຈັດຕັ້ງທຸກພາກສ່ວນ ກ່ອນອື່ນຂ້າພະເຈົາຕ້ອງຂໍໂທດທີ່ເລືອກຈົບຊີວິດແບບນີ້ ແຕ່ກໍ່ຈຊາເປັນເພາະພະຍາດຮ້າຍແຮງ, ຂ້າພະເຈົ້າຮູ້ວ່າຈະຕ້ອງເປັນອໍາມະພາດ ທໍລະມານໄປຕະຫຼອດຊີວິດ ສະນັ້ໜຈຶ່ງບໍ່ມີທາງເລືອກ ເພື່ອຈະບໍ່ເປັນພາລະແກ່ຄົນອື່ນ. ຂ້າພະເຈົ້າບໍ່ມີຫຍັງຕໍ່ການຈັດຕັ້ງ, ແພດໝໍ, ລູກເມຍ, ຍາດຕິພີ່ນ້ອງ ແລະ ເພື່ອນມິດສະຫາຍ ຂ້າພະເຈົ້າຈົບຊີວິດເພາະພະຍາດຕົນເອງເທົ່ານັ້ນ ຂໍຈົ່ງໃຫ້ອາໄພດ້ວຍ, ເຊິ່ງຈົດໝາຍດັ່ງກ່າວລະບຸວັນທີຂຽນໄວ້ແມ່ນ 6 ພຶດສະພາ 2020.


ຂວັນໃຈຂໍສະແດງຄວາມເສຍໃຈນໍາຄອບຄົວຜູ້ເສຍຊີວິດໃນຄັ້ງນີ້ ແລະ ຂໍໃຫ້ທ່ານຫຼັບສະບາຍໄປສູ່ເທິງສະຫວັນຊັ້ນຟ້າ RIP
ຂອບໃຈແຫຼ່ງຂໍ້ມູນ: https://www.soupsipupdate.com/
Kuanjai Magazine
