(Will you marry me? Yes…I do) ຫວານຊຶ້ງຕຶງໃຈນໍ້າຕາແຫ່ງຄວາມປິຕິຍິນດີແຕກໄປຕາມໆກັນ ຣ໋ອດຮິດບໍ່ມີໃຜບໍ່ເວົ້າເຖິງໄປບໍ່ໄດ້ເລີຍສຳລັບຄູ່ຮັກສາວລາວ-ບ່າວໄທ ວ່າທີ່ເຈົ້າບ່າວເຈົ້າສາວປ້າຍແດງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ທີ່ໂຊຄວາມຫວານຕັ້ງແຕ່ເລີ່ມຄົບກັນຈົນຜ່ານໄປເປັນ 10 ປີ ຄວາມຫວານນັ້ນກໍຍັງບໍ່ຈາງ ຫຼ້າສຸດ ໜຸ່ມ ຟຣຸກ ວ່າທີ່ເຂີຍລາວຈັດງານຂໍແຕ່ງດອງສາວ ແອັບເປີ້ນ ພ້ອມທັງເຊີນບັນດາອ້າຍນ້ອງ ແລະ ໝູ່ເພື່ອນມາຮ່ວມຍິນດີກັບທັງສອງໃນງານຢ່າງອົບອຸ່ນ.

ສຳລັບ ແອັບເປີ້ນ ແລະ ຟຣຸກ ມີກຳນົດແຕ່ງດອງກັນໃນວັນທີ 3 ພະຈິກ 2017 ນີ້ ເຊິ່ງຂໍບອກວ່າຈັດໜັກຈັດເຕັມ ເພາະຈະມີພິທີແຕ່ງດອງໃນແບບປະເພນີ 3 ຊາດຄື ລາວ, ໄທ ແລະ ຈີນ. (ຂໍສະແດງຄວາມຍິນດີກັບ ແອັບເປີ້ນ ແລະ ຟຣຸກ ຫຼາຍໆເລີຍເດີ້)
ມີຄລິບວິນາທີແຫ່ງຄວາມຫວານຂອງ ແອັບເປີ້ນ-ຟຣຸກ ມາຝາກແຟນໆນຳ!!!
https://www.facebook.com/appleminiberry88/videos/1915084155170129/
https://www.facebook.com/appleminiberry88/videos/1915086151836596/














ຮູບພາບ: Appleminiberry
Kuanjai Magazine
