ກາຍເປັນຄູ່ຮັກໄວລຸ້ນແຫ່ງວົງການບັນເທີງທີ່ມີຄົນຕິດຕາມຫຼາຍເລີຍ ສຳລັບຄູ່ຂອງ ເບລານ ສຸນິສາ ພັນທາວະດີ ແລະ ບອຍ ກິດສະນະ ຈຸນລະມຸນຕີ (ຄູ່ຮັກນາງແບບ-ນາຍແບບ) ທີ່ບໍ່ວ່າະໄປທາງໃດກໍຈະເຫັນທັງສອງໂຕຕິດກັນປານເຂົ້າໜົມຄູ່ , ຫຼ້າສຸດ ສາວ ເບລານ ກໍຈັດເຊີໄພ້ຫວານໃຈ ໜຸ່ມ ບອຍ ດ້ວຍການຫອບເຄັກວັນເກີດໄປເຊີໄພ້ເຖິງຂອບໂຕະສະໜຸກ ແຖມຍັງສະແດງຄວາມຮັກທີ່ໃຜເຫັນແລ້ວເປັນຕ້ອງຍ້ອງວ່າເປັນຄູ່ທີ່ມີຄວາມໜ້າຮັກຫຼາຍໆ…
https://www.instagram.com/p/Bd_5dnMg2wz/?taken-by=ich_belan
ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ສາວ ເບລານ ເພິ່ນກໍຍັງໄດ້ປ່ອຍອີກໜຶ່ງຄລິບຜ່ານອິນສະຕາແກຼມຂອງເພິ່ນ ເປັນຄລິບທີ່ທັງສອງສະວີດຫວານກັນປານຈະກືນກິນ ທັງຮ້ອງເພງ ເບິ່ງຕາກັນໄປນຳ ທັງ Kiss ກັນ… ໂອະ ໂອ້ຍ ຊ່າງມາເປັນຄູ່ທີ່ໜ້າຮັກ ແລະ ຫວານອີ່ຫລີ, ພໍແຕ່ໂພສຄລິບດັ່ງກ່າວເຮັດໃຫ້ມີບັນດາໝູ່ເພື່ອນ ແລະ ແຟນຄລັບຂອງທັງສອງເຂົ້າມາສະແດງຄວາມຄິດເຫັນເປັນສຽງດຽງກັນວ່າ ເປັນຄລິບທີ່ຂ້າຄົນໂສດສຸດໆ.
https://www.instagram.com/p/BeA7M_lA10S/?taken-by=ich_belan
ເຫັນຄລິບແລ້ວ ຄົນໂສດຫຼາຍຄົນເຖິງຂັ້ນເມື່ອຍໃຈ ຢາກມີຄູ່ຄືກັບແບບນີ້ ຂໍບອກເລີຍວ່າເປັນຄລິບທີ່ຂ້າຄົນໂສດອີ່ຫລີເດີ້ (555)













ຮູບພາບ ແລະ ຄລິບ: ich_belan , boykrissna
Kuanjai Magazine
