ກຣີດໆໆໆ! ຫວານເວີ້…ຜ່ານໄປ 1 ປີ ແລ້ວກັບຄວາມຮັກຂອງ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ຄູ່ຮັກໄອດໍ້ສາວລາວ-ບ່າວໄທ, ຫຼ້າສຸດ ໜຸ່ມ ອ໊ອຟ ກໍ່ຈັດຕຽມເຊີໄພ້ຫວານໃຫ້ກັບ ນູ່ນີ່ ທີ່ຮ້ານອາຫານແຫ່ງໜຶ່ງ ຢ່າງຫວານ ແບບໂລກນີ້ມີແຕ່ສີບົວ ພ້ອມທັງເຜີຍຄວາມໃນໃຈຫຼັງຈາກທີ່ໄດ້ຄົບຫາເບິ່ງໃຈກັນໄດ້ 1 ປີ
ເຊິ່ງ ນູ່ນີ່ ຍັງໄດ້ອອກມາໂພສຄລິບພ້ອມທັງຂຽນແຄັບຊັ່ນຫວານໆວ່າ: “ຂອບໃຈເດີ້ . . .
?? ທີ່ເຊີໄພ້ນ້ອງ ໃນວັນ ຄົບຮອບ 1ປີ ບໍ່ຄິດເລີຍວ່າ ພີ່ອ໊ອຟຊິເຮັດໃຫ້ ແລະມີໂມເມັ້ນນີ້ນຳຫມູ່ ເຂີນແປ໋ບ
☺
☺
☺ ຂອບໃຈເດີທີ່ຢູ່ຄຽງຂ້າງນ້ອງຕະຫລອດມາ ບໍ່ວ່າຍາມທຸກ
? ຍາມສຸກ
?ຂອບໃຈທີ່ຮັກນ້ອງ ຂອບໃຈທີ່ເບິ່ງແຍງດູແລ ຂອບໃຈອີ່ຫລີເດີ້
??
?
??”
https://www.facebook.com/noony.koumphonphakdee/videos/2076155019306171/
ຍັງໆຍັງບໍ່ໝົດເດີ້ ບໍ່ແມ່ນແຕ່ ນູ່ນີ່ ເທົ່ານັ້ນທີ່ອອກມາໂພສຫວານ ໜຸ່ມ ອ໊ອຟ ວ່າທີ່ ເຂຍ ລາວກໍ່ໄດ້ອອກມາໂພສຄລິບ ພ້ອມແຄັບຊັ່ນຫວານເຊັ່ນດຽວກັນ “ເປັນຜູ້ຊາຍຄົນໜຶ່ງທີ່ສາມາດທີ່ຈະເຮັດໃຫ້ໄດ້ ບໍ່ແມ່ນການບອກຄວາມຮູ້ສຶກພຽງແຕ່ຄຳເວົ້າ ແຕ່ເປັນການກະທຳທີ່ມີ ຄວາມສະໝໍ່າສະເໝີ ເມື່ອມີແລ້ວຈົ່ງໃສ່ໃຈ…ຮັກສາເບິ່ງແຍງໄວ້ໃຫ້ດີ ເຮັດໃຫ້ຄືກັບຕອນເຮັດຄວາມຮູ້ຈັກ ຈີບກັນໃໝ່ໆ #ມີຮັກດຽວໃຈດຽວ
?”

ໂອ້ຍໆໆໆ!!! ຫວານ….ລົດນໍ້າຕານຂວ້ມຍັງບໍ່ປານ ຢອດຄຳຫວານກັນໄປກັນມາແບບນີ້ ຫວັງວ່າຈະມີຂ່າວດີກັນໄວໆເດີ້ ສາວ ນູ່ນີ່ ໜູ່ມ ອ໊ອຟ!!!







(ອ໋ອຍ! ຫວານເດ້ ງານນີ້ສົງສານແຕ່ຄົນໂສດແບບໄທເຮົາເຈົ້າຂ້ອຍນີ້ແຫລະ 555 )
ຄລິບ ແລະ ຮູບພາບບາງສ່ວນຈາກ: fb/Noony Koumphonphakdee Yingyot Aoflaiprang Kanjananiyom
Kuanjai Magazine
