ຫຼ້າສຸດ ວັນທີ 7 ພຶດສະພາ 2020 ທົ່ວໂລກມີຜູ້ຕິດເຊື້ອໂຄວິດທະລຸ 3.8 ລ້ານຄົນແລ້ວ ແລະະ ສໍານັກຂ່າວຕ່າງປະເທດຍັງລາຍງານຕື່ມວ່າ ຍອດຜູ້ປ່ວຍສະສົມເພີ່ມຂຶ້ນ 3,812,707 , ເສຍຊີວິດແລ້ວ 264,128 ຄົນ ແລະ ປົວດີແລ້ວ 1,291,937 ຄົນ

ສະຫະລັດອາເມລິກາຍັງມີຜູ້ຕິດເຊື້ອສະສົມ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ ມີຜູ້ຕິດເຊື້ອສະສົມ 1,258,051 ຄົນ ເປັນຜູ້ຕິດເຊື້ອຄົນໃໝ່ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ຈໍານວນ 20,418 ຄົນ ເສຍຊີວິດເພີ່ມອີກ 1,929 ຄົນ ສົ່ງຜົນໃຫ້ຍອດຜູ້ເສຍຊີວິດລວມເພີ່ມຂຶ້ນເປັນຢ່າງໜ້ອຍ 74,200 ຄົນ

Workers move the body of a deceased person from a refrigerated truck trailer set up at a temporary morgue outside University Hospital in Newark, New Jersey, U.S. REUTERS
ສະເປນພົບຜູ້ຕິດເຊື້ອໃໝ່ 3,121 ລວມຜູ້ປ່ວຍສະສົມ 253,682 ຄົນ ເສຍຊີວິດ 25,857 ອີຕາລີມີຜູ້ຕິດເຊື້ອໃຫມ່ເພິ່ມ 1,444 ຄົນ ລວມຜູ້ປ່ວຍສະສົມທີ່ 214,457 ຄົນ ໃນຈໍານວນນີ້ເສຍຊີວິດ 29,684 ຄົນ ອັງກິດມີຜູ້ຕິດເຊື້ອໃຫມ່ 6,111 ຄົນ ລວມຍອດຕິດເຊຶ້ອ 201,101 ຄົນ ສ່ວນຍອດຜູ້ເສຍຊີວິດເພີ່ມຂຶ້ນ 649 ຄົນ ລວມຍອດເສຍຊີວິດເປັນ 30,076 ຄົນ
ຝລັ່ງພົບຜູ້ຕິດເຊື້ອໃໝ່ມື້ນີ້ 3,640 ຄົນ ສົ່ງຜົນໃຫ້ຍອດຜູ້ຕິດເຊື້ອສະສົມເພີ່ມເປັນ 174,191 ຄົນ ເສຍຊີວິດ 25,809 ຄົນ ເຢຍລະມັນມີຜູ້ປ່ວຍໃໝ່ 1,155 ຍອດຕິດເຊື້ອສະສົມເພີ່ມຂຶ້ນ 168,162 ຄົນ ເສຍຊີວິດແລ້ວ 7,275 ຄົນ
ຣັດເຊຍມີຜູ້ຕິດເຊື້ອໃໝ່ລາຍວັນເພີ່ມຂື້ນສູງເຖິງ 10,559 ຄົນ ສົ່ງຜົນໃຫ້ຍອດຜູ້ຕິດເຊື້ອສະສົມຢູ່ທີ່ 165,929 ຄົນ ເສຍຊີວິດຢ່າງນ້ອຍ 1,537 ຄົນ ຕວກກີ້ມີຜູ້ຕິດເຊື້ອໃໝ່ 2,253 ຄົນ ຍອດລວມເພິ່ມຂຶ້ນເປັນຢ່າງໜ້ອຍ 131,744 ຄົນ ໃນຈໍານວນນີ້ເສຍຊີວິດແລ້ວ 3,584 ຄົນ
ບຣາຊິວຕິດເຊື້ອເພີ່ມຂຶ້ນເຖິງ 10,503 ຄົນ ຍອດຜູ້ຕິດເຊື້ອສະສົມຢູ່ທີ່ 125,218 ຄົນ ເສຍຊີວິດແລ້ວ 8,536 ຄົນ ແລະ ອີຣ່ານມີຜູ້ຕິດເຊື້ອໃໝ່ມື້ນີ້ 1,680 ຄົນ ລວມມີຍອດຜູ້ຕິດເຊື້ອສະສົມ 101,650 ໃນຈໍານວນນີ້ເສຍຊີວິດ 6,418 ຄົນ






Kuanjai Magazine
