ອະນັນດາ ເອເວີ່ລິ່ງແຮັມ ຫຼື (ອ້າຍ ຈ່ອຍ) ນັກສະແດງໝຸ່ມສຸດເຊີ ຊື່ດັງຈາກປະເທດເພື່ອນບ້ານ ແຕ່ມີເຊື້ອສາຍລາວ ເດີນທາງຮ່ວມງານ ບຸນມະໂຫລານຮູບເງົາ ຫຼວງພະບາງ 2017 (Luangprabang Film Festival) ທີ່ ແຂວງ ຫຼວງພະບາງ ແລະ ຍັງຖືໂອກາດພັກຜ່ອນຢ່ອນອາລົມທີ່ ແຂວງ ຫຼວງພະບາງ ດ້ວຍອາລົມແບບ ແບບ Slow life ສະບາຍໆສຸດໆ.
https://www.instagram.com/p/BckB4ivhK9-/?taken-by=ananda_everingham
ສຳລັບ ອະນັນດາ ເອເວີ່ລິ່ງແຮັມ ຫຼື (ອ້າຍ ຈ່ອຍ) ອາຊີບນັກສະແດງ ອາຍຸ 35 ປີ ເປັນລູກຊອດ ລາວ-ອົດສະຕາຣີ ແຕ່ໄປໂດ່ງດັງໄດ້ຫຼິ້ນຮູບເງົາທີ່ ປະເທດໄທ ເຂົ້າວົງການຕັ້ງແຕ່ອາຍຸ 14 ປີ ໂດຍໄດ້ສະແດງຮູບເງົາເລື່ອງທຳອິດແມ່ນ ອັນດາ ແລະ ຟ້າໃສ ແລະ 303 ກົວ/ກ້າ/ອາຄາດ ແລະ ຕໍ່ມາໄດ້ພັກການສະແດງໄປໃນໄລຍະໜຶ່ງ ແລະ ໄດ້ກັບມາອີກຄັ້ງກັບລະຄອນເລື່ອງ ທະເລຖາອິ່ມ ແລະ ຫຼັງຈາກນັ້ນກໍມີຜົນງານການສະແດງເລື້ອຍໆ ຈົນມາຮອດປີ ພສ. 2547 ອະນັນດາ ຖືກສະເໜີຊື່ໃຫ້ເຂົ້າຊິງເຖິງ 6 ສະຖາບັນ ໃນຊ່ວງປີ 2550-2551 ອະນັນດາມີຜົນງານການສະແດງຮູບເງົາເຖິງ 10 ເລື່ອງ ແລະ ໃນປີ ພສ.2552 ອະນັນດາໄດ້ຮັບລາງວັນດ້ານການສະແດງໃນສາຂານັກສະແດງນຳຈາກ 6 ສະຖາບັນ ຈາກຜົນງານຮູບເງົາເລື່ອງ ແຮັບປີ້ເບີດເດ ແລະ ໄດ້ຮັບລາງວັນ ນັກສະແດງຊາຍດີເດັ່ນ ຈາກ ຮູບເງົາເລື່ອງ ຊົ່ວຟ້າດິນສະຫຼາຍ.





ເອົ້າໆ…ລອງມາເບິ່ງຮູບພາບສຸດຫຼໍ່ ອອກແນວເຊີໆເປັນໂຕຂອງໂຕເອງຂອງ ອະນັນດາ ຫຼື ອ້າຍ ຈ່ອຍ ເບິ່ງເດີ້…ຮັບຮອງ ສາວແທ້ ສາວທຽມ ງານນີ້ມີກຣີດໆໆໆ!!!

















ຮູບພາບ: ananda_everingham , https://www.google.co.th
Kuanjai Magazine
