ເປັນທີ່ໜ້າຕົກໃຈກັນສຸດໆເລີຍ ເມື່ອໄດ້ຍິນຂ່າວວ່າ ໜຸ່ມ ອ໋ອບ ຍິ່ງຍົດ ຫຼື ອ໋ອບ ລາຍພາງ ຫວານໃຈຂອງສາວ ນູ່ນີ່ ກຸມພົນພັກດີ (ທັງສອງເປັນຄູ່ຮັກທີ່ມາຈາກລາຍການ Take me out Thailand) ໄດ້ປະສົບອຸບັດເຫດໃນຂະນະທີ່ແຂ່ງລົດໃນສະໜາມຢ່າງຮຸນແຮງ ຈົນເຮັດໃຫ້ມີຮູບພາບແຊຣກັນໃນສື່ອອນລາຍກັນຢ່າງຫຼວງຫຼາຍໃນຄໍ່າຄືນທີ່ຜ່ານມາ, ໃນຮູບພາບກໍຍັງພົບກັບສາວ ນູ່ນີ່ ທີ່ລໍຖ້າ ແລະຶ ຕິດຕາມອາການຂອງໜຸ່ມອ໋ອບຢ່າງໃກ້ຊິດ ເບິ່ງແລ້ວຄູ່ນີ້ຍິ່ງໄດ້ໃຈແຟນຄລັບໄປແບບເຕັມໆ ເພາະເປັນຄູ່ຮັກທີ່ໜ້າຮັກຫຼາຍ ເອົາໃຈໃສ່ກັນບໍ່ຫ່າງ ແລະ ນອກຈາກນັ້ນ ນູ່ນີ່ ຍັງກອດເພື່ອໃຫ້ກຳລັງໃຈໜຸ່ມ ອ໋ອບ ອີກດ້ວຍ.
ປັດຈຸບັນ ໜຸ່ມ ອ໋ອບ ລາຍພາງ ເພິ່ນກໍໄດ້ອອກມາໂພສທາງເຟສບຸກສ່ວນຕົວເພື່ອບອກແຟນຄລັບແລ້ວວ່າ ຕົນໄດ້ປອດໄພດີ ແລະ ຂໍຂອບໃຈແຟນໆທຸກຄົນທີ່ເຂົ້າມາໃຫ້ກຳລັງໃຈກັນຢ່າງເຫຼືອຫຼາຍ.
#ແຊຣໄປເພື່ອເປັນກຳລັງໃຈໃຫ້ນູ່ນີ່ແລະອ໋ອບ
ມີຄລິບຕອນທີ່ໜຸ່ມ ອ໋ອບ ລາຍພາງ ໄດ້ປະສົບອຸບັດເຫດໃນຂະນະແຂ່ງລົດ:
https://www.facebook.com/AofLaiprang/videos/10154613552467341/












ຂໍຂອບໃຈຮູບພາບ ແລະ ຄລິບຈາກ: Yingyot Aoflaiprang Kanjananiyom , Noony Koumphonphakdee
Kuanjai Magazine
