ສ້າງຄວາມຮືຮາ Surprise! ແຟນໆຊາວລາວກັນສຸດໆ ເມື່ອ Sinon Loresca ຫຼື ເຈົ້າຂອງສາຍາ “King Of Catwalk” ໄດ້ໂພສຄລິບຜ່ານເພສເຟສບຸກຫຼັກຂອງເພິ່ນ ແລະ ຍັງເດີນແບບວາດລວດລາຍການເດີນແບບສຸດອໍລະຊອນ ພ້ອມທັງຈູງນ້ອງໝາ ຢູ່ທີ່ ປະຕູໄຊ ນະຄອນຫຼວງວຽງຈັນ, ໃນວັນທີ 29 ເມສາ 2018 ທີ່ຜ່ານມາ…
https://www.facebook.com/TheKingofCatwalk/videos/1843798882580278/
ແລະ Sinon Loresca ຍັງໄດ້ໂພສບອກແຟນໆຊາວລາວອີກວ່າ “ມີໂອກາດໄດ້ອ່ານຄອມເມັ້ນດີໆໃນດ້ານບວກຂອງແຟນໆແລ້ວ ເຮັດໃຫ້ຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍໃນເວລານີ້, ຂໍຂອບໃຈທີ່ມັກໃນຄລິບວິດີໂອຂອງຂ້ອຍ ໂດຍສະເພາະແຟນໆຊາວລາວ, ພວກເຈົ້າສຸດຍອດຫຼາຍໆ…ຮັກພວກເຈົ້າທຸກຄົນເລີຍ”, ແຟນໆຊາວລາວຫຼາຍຕໍ່ຫຼາຍຄົນກໍ່ເຂົ້າໄປຄອມເມັ້ນຍິນດີຕ້ອນຮັບ “King Of Catwalk” ເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ.
ສຳລັບ Sinon ອາຍຸ 29 ປີ ເປັນເນັດໄອດໍ້ຂອງ ປະເທດ ຟິລິບປິນ ຜູ້ມີເອກະລັກສະເພາະຕົວ ໂດ່ງດັງມາຈາກການອັດຄລິບວິດີໂອເດີນແບບປອບໃຈນາງງາມຜູ້ເຂົ້າປະກວດ Miss Universe 2016 ຈົນເຮັດໃຫ້ຄລິບດັ່ງກ່າວມີຍອດວິວເປັນ 10 ກວ່າລ້ານວິວ.









ຮູບພາບ: Sinon Loresca
Kuanjai Magazine
