Breaking News

ຮືຮາ! Six Sence ວົງດົນຕີຈາກປະເທດລາວ ຜ່ານເຂົ້າຮອບໃນລາຍການແຂ່ງຂັນເພງຂອງປະເທດເພື່ອນບ້ານ (ຂໍສະແດງຄວາມຍິນດີ)

ແບ່ງປັນ

ກຳລັງເປັນກະແສ ຮືຮາ, ຫຼ້າສຸດມີຂ່າວດີເລີຍກໍ່ວ່າໄດ້ Six Sence ວົງດົນຕີຈາກປະເທດລາວ ໄດ້ຜ່ານເຂົ້າຮອບໃນການແຂ່ງຂັນວົງດົນຕີ ລະດັບມັດທະຍົມ ໃນລາຍການ Hotwave Music Awards 2018.

https://www.facebook.com/hotwavemusicawards/videos/1870173539727271/

 

ເຊິ່ງການແຂ່ງຂັນວົງດົນຕີເພງ ໃນລາຍການ Hotwave Music Awards 2018 ເປັນລາຍການປະກວດວົງດົນຕີໃນລະດັບ ມັດທະຍົມ ທີ່ໃຫ່ຍທີ່ສຸດໃນປະເທດເພື່ອນບ້ານ (ປະເທດໄທ), ເຊິ່ງໃນປີນີ້ ໍກໍ່ພິເສດສຸດໆ ໂດຍການບໍ່ຈຳກັດພົມແດນລະຫວ່າງການປະກວດ ເປີດໂອກາດໃຫ້ນ້ອງໆໄວໜຸ່ມນ້ອຍຈາກປະເທດລາວເຮົາທີ່ມີຄວາມສາມາດໄດ້ໂຊສີມືທາງດົນຕີ ແລະ ປະເທດລາວເຮົາກໍ່ມີ ນ້ອງໆວົງ Six Sence ເດີນທາງໄປປະກວດ ແລະ ໂຊຄວາມສາມາດ ເຊິ່ງເປັນທີ່ຍອມຮັບຂອງກຳມະການ ຈົນເຮັດໃຫ້ຜ່ານເຂົ້າໄປໃນຮອບຕໍ່ໄປໃນທີ່ສຸດ. 

(ຊົມເຊີຍ ແລະ ຂໍເປັນໃຫ້ກຳລັງໃຈນ້ອງໆ ເກັ່ງຫຼາຍໆ)

ຮູບພາບຈາກ: Facebook Hotwave Music Awards

ແບ່ງປັນ