ເປັນກະແສກັນມາເລື້ອຍໆເລີຍສຳລັບຮູບເງົາລາວ “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າ ເຮົາຮັກກັນ” ຂອງຜູ້ກຳກັບສຸດເກັ່ງ ອ້າຍ ເຈ້ຍ ປາຊີຟິກ, ເຊິ່ງຮູບເງົາເລື່ອງນີ້ກໍບໍ່ເຮັດໃຫ້ຄົນລາວຜິດຫວັງເພາະນອກຈາກຈະສາຍໃນບ້ານເຮົາແລ້ວ ຍັງໂກອິນເຕີໄປສາຍເຖິງຕ່າງປະເທດອີກດ້ວຍ, ແລະ ຫຼ້າສຸດ ຜູ້ກຳກັບກໍຄື ອ້າຍ ເຈ້ຍ ປາຊິຟິກ ກໍໄດ້ໂພສໃນເຟສບຸກວ່າຮູບເງົາເລື່ອງດັ່ງກ່າວມີຂ່າວດີເພາະສ້າງລາຍໄດ້ເຖິງ 1000 ລ້ານ ເຮັດໃຫ້ມີແຟນໆເຂົ້າໄປຄອມເມັ້ນສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ!!!
https://www.facebook.com/photo.php?fbid=10211175988013014&set=a.2765827742336.2127076.1157188292&type=3
ນີ້ກໍຖືເປັນອີກບາດກ້າວໜຶ່ງຂອງວົງການຮູບເງົາລາວທີ່ປະສົບຜົນສຳເລັດ ຢ່າງໃດກໍຂໍສະແດງຄວາມຍິນດີກັບ ອ້າຍ ເຈ້ຍ ປາຊີຟິກ ແລະ ຫວັງວ່າໃນໂອກາດໜ້າຈະມີຮູບເງົາດີໆມາໃຫ້ຄົນລາວເຮົາເບິ່ງອີກ.
#ແຊຣໄປເພື່ອໃຫ້ກຳລັງໃຈຮູບເງົາລາວ




ທີ່ມາ: Jear Pacific
Kuanjai Magazine
