ມາອີກແລ້ວກັບອີກໜຶ່ງເວທີວົງການຂາອ່ອນ ກັບການປະກວດນາງສາວງາມເວທີລະດັບອິນເຕີຢ່າງ Miss International 2017 ຈັດຂຶ້ນທີ່ ເມືອງ ໂຕກຽວ ປະເທດ ຍີ່ປຸ່ນ ແລະ ໃນປີນີ້ປະເທດລາວຂອງເຮົາກໍມີສ່ວນເຂົ້າຮ່ວມໂດຍການສົ່ງຕົວແທນສາວງາມຄື ພູນຊັບ ພົນໂຍທາ (ມິມີ່) Miss International Laos ອາຍຸ 19 ປີ ສາວໜ້າຫວານຜູ້ມີຄວາມໝັ້ນໃຈ ແລະ ຄວາມພຽບພ້ອມລ້ານເປີເຊັນ.
ຕື່ນເຕັ້ນ ຕື່ນຕາ ຕື່ນໃຈ… ມາຮ່ວມສົ່ງກຳລັງໃຈໃຫ້ ນ້ອງ ມິມີ່ ພູນຊັບ ພົນໂຍທາ Miss International Laos ໃນການປະກວດ Miss International 2017 ທີ່ປະເທດ ຍີ່ປຸ່ນ ແລະ ຈະຕັດສິນໃນວັນທີ 14 ພະຈິກ 2017, ດັ່ງນັ້ນຈຶ່ງຂໍແຮງເຊຍ ແຮງໃຈຈາກຄົນລາວທົ່ວປະເທດມາຮ່ວມເປັນກຳລັງໃຈໃຫ້ ມິມີ່ ພູນຊັບ ນຳແດ່.
ແຟນໆສາມາດຕິດຕາມການປະກວດໃນມື້ Final show ຂອງ Miss International 2017 ໄດ້ທີ່ເວັບໄຊ້ https://www.miss-international.org/ ເລີ່ມເວລາ 15:00 ເປັນຕົ້ນໄປ ໃນວັນທີ 14 ພະຈິກ 2017 ນີ້ແລ້ວ!!!
ຍັງບໍ່ໝົດ ນ້ອງ ມິມີ່ ພູນຊັບ ຍັງຝາກມາຂໍກຳລັງໃຈຈາກຄົນລາວທຸກໆຄົນນຳເດີ້…
https://www.facebook.com/missinternationallaos/videos/874094859416500/
(ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວຫຼາຍໆເດີ້) #ແຊຣໄປໃຫ້ໂລກຮູ້ #ຮັກລາວເຊຍລາວ
??
??
??



















ຂໍຂອບໃຈສຳລັບຮູບພາບ: Phounsap Phonnyotha ,Miss International Laos 2017
Kuanjai Magazine
