Breaking News

ເປັນຕາມ່ວນ! ນາງເອກລາວ ພະເອກໄທ ກັບການປະຊັນບົດບາດໃນຮູບເງົາເລື່ອງ “ຄິດເຖິງທຸກປີ”

ແບ່ງປັນ

ເປັນຮູບເງົາທີ່ຫຼາຍຄົນຖ້າເບິ່ງມາດົນກັບຮູບເງົາເລື່ອງ ຄິດເຖິງທຸກປີ  (Memories of New Years) ທີ່ມີນັກສະແດງສາວລາວ ບາບີ້ ປິຍະມາດ ໄດ້ຮ່ວມສະແດງຮູບເງົາປະກົບຄູ່ກັບ ຊາຄຣິດ ແຍ້ມນາມ ພະເອກຫຼາກຫຼາຍຄວາມສາມາດຂອງປະເທດເພື່ອນບ້ານ, ຫຼ້າສຸດຂ່າວດີຂອງແຟນໆທີ່ຕິດຕາມຮູບເງົາເລື່ອງນີ້ກໍມີເຮ… ເພາະຮູບເງົາເລື່ອງ “ຄິດເຖິງທຸກປີ” ກຳລັງປ່ອຍຕົວຢ່າງມາໄຫ້ແຟນໆໄດ້ເບິ່ງ…

https://www.facebook.com/modelingagencyinlaos/videos/1523633227733760/

 

ຮູບເງົາ ຄິດເຖິງ…ທຸກປີ (Memories of New Years) ເປັນຮູບເງົາແນວຄວາມຮັກ AEC  ມີນັກສະແດງຈາກຫຼາຍປະເທດຮ່ວມສະແດງເຊັ່ນ: ລາວ, ໄທ ກຳປູເຈຍ ແລະ ຫວຽດນາມ ແລະ ສ່ວນເລື່ອງລາວຈະເປັນແນວໄດນັ້ນ ອົດໃຈລໍຖ້າ ເພາະຈະໄດ້ເບິ່ງກັນໃນວັນທີ 28 ທັນວາ 2017 ນີ້ແນ່ນອນ.

ຂໍຂອບໃຈສຳລັບຄຣິບ ແລະ ຮູບພາບ

ແບ່ງປັນ