ໃນທີ່ສຸດວິນາທີທີ່ຄົນທົ່ວໂລກລໍຖ້າເບິ່ງ ລຸ້ນກັນມາເປັນສິບກວ່າມື້ ນັ້ນກໍ່ຄືການຄົ້ນຫາ ນັກເຕະບານເຍົາວະຊົນ ທີມ ໝູປ່າ-ອາຄາເດມີ່ ແລະ ໃນຊ່ວງເຊົ້າ ວັນທີ 3 ກໍລະກົດ 2018 ຂ່າວດີກໍ່ບັງເກີດຂຶ້ນເມື່ອທາງທີມນັກຄົ້ນຫາໄດ້ໃຫ້ສັນຍານວ່າ ໄດ້ພົບເຈິທີມໝູ່ປ່າແລ້ວ ທັງ 13 ຊີວິດຍັງປອດໄພດີ, ແລະ ວິນາທີ່ຕື່ນເຕັ້ນກໍ່ມາຮອດ ເມື່ອເພສເຟສບຸກ Thai NavySEAL ໄດ້ນຳພາບມາເຜີຍແຜ່ພ້ອມທັງຂຽນແຄັບຊັ່ນທີ່ເຮັດໃຫ້ຄົນທົ່ວໂລກຍິ້ມໄດ້ກໍ່ຄື “Hooyah…..ທີມໝູປ່າ”
https://www.facebook.com/ThaiSEAL/videos/1631228493667210/
ເຊິ່ງໜ່ວຍຊີວ ແລະ ນັກດຳນໍ້າເລິກຊາວອັງກິດ ເຂົ້າໄປເຈິພວກເຂົາຢູ່ທີ່ໂງດຫິນ ບໍລິເວນເນີນນົມສາວ ຫ່າວຈາກເຂດພັດທະຍາບຣີດທີ່ຖືກນໍ້າຖ້ວມປະມານ 400 ແມັດ.




ຄລິບຈາກ: Thai NavySEAL
Kuanjai Magazine
