ກຣີດໆໆໆໆ Oppa Dongwoon ແລະ Dujun 2 ນັກຮ້ອງດັງແຫ່ງວົງ Highligt , 2 ໝຸ່ມສຸດເຈົ້າຊູ້ຈາກແດນກິມຈິ ໄດ້ມາປະກົດໂຕຢູ່ທີ່ ປະເທດລາວ ຈົນເຮັດໃຫ້ແຟນຄຣັບດີໃຈກັນຖ້ວນໜ້າ, ເຊິ່ງພໍແຕ່ມາຮອດລາວ 2 ໝຸ່ມ Oppa ກໍໄດ້ເດີນທາງໄປທີ່ ປະຕູໄຊ ແລະຕອນຄໍ່າກໍໄປຢ່າງເລາະຫຼີ້ນທີ່ຕະຫຼາດນັດແຄມຂອງ, ບັນຍາກາດຂອງການເດີນທາງມາຮອດລາວ ແລະການຕ້ອນຮັບຂອງແຟນໆຊາວລາວຈະເປັນແນວໃດນັ້ນ ຊະນີIndy ກໍບໍ່ພາດທີ່ຈະນຳມາຝາກແຟນໆທີ່ຍັງບໍ່ໄດ້ເຈິຕົວຈິງຂອງ 2 Oppa Dongwoon ແລະ Dujun ມາເບິ່ງກັນເລີຍ
https://www.instagram.com/p/BTYzszYDBS2/?tagged=dongwoon
ໃນໄລຍະນີ້ຈະມີກະແສການເດີນທາງມາຢ້ຽມຍາມຂອງສິລະປິນຕ່າງຊາດກັນເລື້ອຍໆ ບົ່ງບອກເຖິງຄວາມມີສະເໜຂອງ ສປປ ລາວ ເຮົາ ທີ່ຍັງຄົງຮັກສາ ວັດທະນະທຳ ຮີດຄອງປະເພນີ ການຍິ້ມແຍ້ມແຈ່ມໃສຂອງປະຊາຊົນລາວ ແລະທຳມະຊາດທີ່ຍັງຄົງງົດງາມບໍ່ປ່ຽນແປງ, ດັ່ງນັ້ນ ທີມງາມ ຂວັນໃຈ ກໍຂໍໃຫ້ແຟນໆທຸກຄົນຈົ່ງຊ່ວຍກັນຮັກສາສິ່ງທີ່ເຮົາມີໄວ້ໃຫ້ດີທີ່ສຸດ ເພື່ອຈະໄດ້ເປັນທີ່ກ່າວຂານຂອງຄົນທັງໂລກວ່າ ປະເທດລາວ ເປັນປະເທດທີ່ງົດງາມ ທັງວັດທະນະທຳ ຮີດຄອງປະເພນີ ຜູ້ຄົນນິໃສດີ ອາຫານການກິນ ແລະທຳມະຊາດທີ່ຍັງຄົງຄວາມອຸດົມສົມບູນ ຈົນປະເທດອື່ນທຽບບໍ່ຕິດ.
#ແຊຣໄປໃຫ້ໂລກຮູ້ເຖິງຄວາມງົດງາມຂອງປະເທດລາວ
https://www.instagram.com/p/BTZJ9NUgblA/?tagged=dongwoon
https://www.instagram.com/p/BTXonoalrWC/?tagged=dongwoon
https://www.instagram.com/p/BTZjhz2hkMt/?tagged=dujun
https://www.instagram.com/p/BTZjPYQB6kS/?tagged=dujun
https://www.instagram.com/p/BTaXUDul9NG/?tagged=dujun
https://www.instagram.com/p/BTaNnslDCVl/?tagged=dujun
Thanks all pic and clip via: #dongwoon
Kuanjai Magazine
