ກ່ອນອື່ນຕ້ອງຕົບມືຊົມເຊີຍແມ່ຍິງລາວທີ່ໄປສ້າງຊື່ສຽງໃຫ້ປະເທດກັນດັງໆເລີຍໂລດເດີ້ແຟນໆ ບໍ່ເຮັດໃຫ້ຄົນລາວຜິດຫວັງ ຫຼັງຈາກທີ່ທາງສະຫະພັນກິລາເພາະກາຍແຫ່ງຊາດລາວໄດ້ມີການສົ່ງນັກກິລາລົງແຂ່ງຂັນ “ຊິງແຊ້ມເພາະກາຍອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 16 ທີ່ ປະເທດ ມຽນມາ” ໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm.

ເຊິ່ງຂໍບອກເລີຍວ່າບໍ່ເຮັດໃຫ້ຊາວລາວຜິດຫວັງ ເພາະ ນາງ ກອງແພງ ຂຸນວິໄນ (ແພງ) ນັກກິລາເພາະກາຍຍິງລາວ ທີ່ລົງແຂ່ງຂັນໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm ກໍສາມາດຕິດ Top 5 ແລະ ນຳລາງວັນກັບມາຝາກຄົນລາວເຮົາຈົນໄດ້. (ຂໍສະແດງຄວາມຍິນດີ)








ສຳລັບການ ແຂ່ງຂັນ “ຊິງແຊ້ມເພາະກາຍອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 16 ທີ່ ປະເທດ ມຽນມາ” ປະເທດລາວເຮົາໄດ້ສົ່ງໄປ 2 ຄົນນັ້ນກໍຄື ທ້າວ ນັນທະລັກ ສຸນາເຄນ ລົງແຂ່ງຂັນໃນລຸ້ນ “Men Sport Physique”ລຸ້ນຄວາມສູງບໍ່ເກີນ 165 cm ແລະ ນາງ ກອງແພງ ຂຸນວິໄນ ລົງແຂ່ງຂັນໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm.




ຖຶວ່າເປັນຂ່າວດີຂອງຄົນລາວທຸກຄົນ ຂໍຂອບໃຈນັກກິລາລາວທຸກຄົນທີ່ມີຄວາມຕັ້ງໃຈ ແຂ່ງຂັນຈົນໄດ້ລາງວັນ ແລະ ສາມາດນຳເອົາທຸງຊາດລາວຂຶ້ນສູ່ເວທີໃຫ່ຍ ເຮັດໃຫ້ຄົນທົ່ວໂລກໄດ້ຮູ້ປະເທດລາວ ແລະ ໄດ້ຮັບຮູ້ເຖິງສັກກະຍະພາບຂອງແມ່ຍິງລາວອີກດ້ວຍ.
#ແຊຣໄປໃຫ້ໂລກຮູ້ ??????
(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)
https://www.kuanjailao.com/article/35498?fbclid=IwAR0A-fsNit5qXWI0XhuzBG56OkPoTmVv9LAH9T7WkkkcxMFssm39RVPycug
Kuanjai Magazine
