ຫວານເວີ້!!! ແບບບໍ່ອີ່ຕົນຄົນໂສດກັນເລີຍສຳລັບຄູ່ຮັກດາລາ ບາບີ້ ປີຍະມາດ (ນາງແບບ-ນັກສະແດງ) ແລະ ອະເລັກ (ນັກຮ້ອງຮິບຮ໋ອບແຫ່ງວົງ LOG) ທີ່ທັງສອງກໍຄົບຫາເບິ່ງໃຈກັນມາເປັນເວລາໄລຍະໜຶ່ງແລ້ວ ແຕ່ເບິ່ງໄປກໍຍັງບໍ່ມີທີທ່າວ່າຄວາມຫວານຈະຫຼຸດລົງແຕ່ຢ່າງໃດ, ຫຼ້າສຸດສາວ ບາບີ້ ກໍໄດ້ໂພສຮູບລົງໃນອິນສະຕາແກຼມເປັນຮູບຄູ່ສຸດໜ້າຮັກພ້ອມຂຽນຄຳອະທິບາຍວ່າ “ບໍ່ຄິດວ່າ ເວລາມັນຈະໄວປານນີ້ 2ປີລະເດ້ ຮັກບູ້ນະ” ພ້ອມຊູ 2 ນິ້ວໃນຮູບພາບເຊິ່ງຊື່ຄວາມໝາຍວ່າໄດ້ຄົບກັນມາເປັນເວລາ 2 ປີແລ້ວ, ພໍແຕ່ໂພສກໍເຮັດໃຫ້ມີບັນດາຄົນໃນວົງການບັນເທີງ ແລະບັນດາແຟນຄລັບຂອງທັງສອງເຂົ້າມາຄອມເມັ້ນຍິນດີ ແລະ ຍ້ອງໃນຄວາມໜ້າຮັກຂອງພວກເຂົາ.
https://www.instagram.com/p/BX0Qfkgg7qq/?taken-by=barbie_piyamarth
#ຖ້າຈະຫວານຂະໜາດນີ້ແຊຣໄປໃຫ້ໂລກຮູ້ນຳແດ່












ຮູບພາບ: barbie_piyamarth, aleqs
Kuanjai Magazine
