ໜ້າສົງສານ! ເຫັນຊາວເນັດແຊຣກັນລົວໆເລີຍ ສຳລັບກໍລະນີ ສາວລາວໃຕ້ ໄດ້ຂີ່ລົດຕຳຫຼັກມ້າລາຍ ຕຳຄົນດຽວ ໃນຂະນະທີ່ໄປຊື້ຄຣີມທາໜ້າ, ເຊິ່ງໄດ້ເຜີຍແຜ່ນຈາກຜູ້ໃຊ້ເຟສບຸກລາຍໜຶ່ງວ່າ: “ຂ່າວສົດ…ອຸບັດຕິເຫດເຂດບ້ານກອງຫີນເມືອງເຊໂປນ ຂີ່ລົດຕຳຫລັກມ້າລາຍຂີ່ໄປຜູ້ດ່ຽວຕຳເອງ ຫາກໍ່ເປັນລົດໃຫມ່ໆ…ຂັບລົດໄປຊື້ຄີມທາຫນ້າ![]()
ຂ້ອຍກຳລັງເດີນທາງພໍດີເຫັນລາວພົບອຸປະຕິເຫດຢູ່ຄົນດ່ຽວຊິພາລາວໄປໂຮງຫມໍແຕ່ລາວບອກວ່າບໍ່ເຈັບຫລາຍຖ້າແມ່ມາກ່ອນຢ້ານແມ່ຮ້າຍ..ຂ້ອຍກໍ່ເລີຍຕິດຕໍ່ເຈົ້າຫນ້າທີແລະພີ້ນ້ອງລາວມາເບິ່ງແລ້ວສອບຖາມລາວ…ຂໍອາຍຸຍາດໂພສບໍມີເຈດຕະນາແນວອື່ນ
ຫລັງຈາກສອບຖາມລາວແລ້ວບໍ່ເຈັບຫລາຍຂ້ອຍກໍ່ໄປເອົາໂທລະສັບມາຖ່າຍຄຣິບໄວ້ ຄຣິບທີ່ຖ່າຍໄວ້ຂ້ອຍສອບຖາມລາວເພາະວ່າເອົາໄວ້ເປັນຫລັກຖານວ່າລາວຕຳເອງລາວ…ເພາະຕ່ອນນັ້ນມີແຕ່ຄອບຄົວຂ້ອຍກັບລາວ2ຄົນ ຖ້າຂ້ອຍນຳສົ່ງໂຮງໝໍຖ້າລາວຫມົດສະຕິຂື້ນມາຂ້ອຍຢ້ານຖືກຂໍ້ກວ່າຫາວ່າເປັນຄູ່ກໍ່ລະນີກັບລາວ..ເພື່ອຄວາມຮອບຄອບ
“
https://www.facebook.com/loy.pvj/videos/2061502627301023/
ເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນໂພສດັງກ່າວເປັນຈຳນາວຫຼວງຫຼາຍ ແລະ ເວົ້າເປັນສຽງດຽວກັນວ່າ ອຸບັດເຫດເທື່ອນີ້ເກີດຂຶ້ນຍ້ອນໄປຊື້ຄຣີມທາໜ້າແທ້ໆ (ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ເດີ້ສາວ)






ທີ່ມາ: Phoungeun Sihanat
Kuanjai Magazine
