ກາຍເປັນປະເດັນທີ່ຮ້ອນແຮງທີ່ສຸດໄປແລ້ວໃນຕອນນີ້ ເມື່ອນັກຂ່າວຊື່ດັງ ຊ່ອງໂທລະພາບຊື່ດັງ ຂອງປະເທດໄທ ລາຍການ “จั๊ด ซัดทุกความจริง”ອອກມາວິເຄາະ ແລະ ໃຫ້ຄໍາເຫັນກ່ຽວກັບປະເດັນທີ່ “ປະເທດ ມຽນມາ ແລະ ປະເທດລາວບໍ່ມີຄົນຕິດເຊື້ອ Covid-19” ຫຼັງຈາກທີ່ຫຼາຍປະເທດອ້ອມຂ້າງເຮົາຕິດໄປເກືອບທຸກປະເທດແລ້ວ ແຕ່ໃນລາຍການຂ່າວດັ່ງກ່າວແມ່ນໄດ້ມີການພາດພິງເຖິງປະເທດລາວທີ່ຄ້ອນຂ້າງເຈາະຈົງໄປທາງ ດູໝິ່ນ ດ້ານຄວາມດ້ອຍພັດທະນາ, ຄວາມຫຼ້າສະໄໝຂອງສາທາລະນະສຸກບ້ານເຮົາ ລວມໄປເຖິງການວິພາກວິຈານ ອຸປະກອນການແພດ ທີ່ຫຼ້າສະໄໝຖ້າທຽບໃສ່ປະເທດໄທ…
VDO ດັ່ງກ່າວ…
https://www.facebook.com/bboss.soutthavong/videos/2597346760534368/?t=15
ແຕ່ຫຼັງຈາກ VDO ຂ່າວດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປບໍ່ດົນ ກໍໄດ້ມີຄົນລາວຫຼາຍຄົນອອກມາສະແດງຄວາມຄິດເຫັນ ລັກສະນະວິພາກວິຈານນັກຂ່າວຄົນດັ່ງກ່າວຢ່າງຫຼວງຫຼາຍ ເຖິງຄວາມບໍ່ເໝາະສົມໃນການໃຊ້ຄໍາເວົ້າ ແລະ ໜຶ່ງໃນນັ້ນກໍມີ ໝໍແນ່ງ ຈັນດາລີ ດາລານັກສະແດງແຖວໜ້າຂອງປະເທດລາວ ພ້ອມຍັງເປັນຜູ້ທີ່ຊົງອິດທິພົນທີ່ສຸດໃນໂລກ Social ປະຈໍາປີ 2019 ກໍໄດ້ອອກມາສະແດງຄວາມຄິດເຫັນເຖິງພຶດຕິກໍາຂອງ ນັກຂ່າວຄົນດັ່ງກ່າວເຊັ່ນກັນ ໂດຍໃນໂພສລະບຸວ່າ
“ເຖິງຊິເງິນທອງບໍ່ຫລວງຫລາຍແຕ່ມາລະຍາດແລະຄວາມເຫັນໃຈຊາວລາວຍັງຫລາຍ ແລະມັນຖືກສອນມາແຕ່ກຳເນີດ ຕິດເຊື້ອກໍ່ບໍ່ດີ…..ບໍ່ຕິດກໍ່ວ່າໂງ່ ! ທັດສະນະຄະຕິ ! ແບບໃດຈິ່ງດີ
ເຈົ້າດູຖູກແພດຫມໍ ສາທາລະນະສຸກລາວເກີນໄປ!!!! #ຫລາຍຄົນເຮັດວຽກອີກຄົນໆຫນຶ່ງຂາຍຂ່າວ ຂ່າວພາຍໃນກໍ່ທຸກໃຈພໍແຮງ ຄົນນອກຫ້າມປັ່ນ ມີສິດຫຍັງ ຊ່ວຍຫຍັງປະເທດຂ້ອຍ?
ບຸກຄະລາກອນເສື້ອຂາວແລະຄົນອື່ນທີ່ປົກປ້ອງປະເທດບໍ່ໄດ້ພັກ !! ຢ່າດູຖູກປະເທດຊາດລາວຂ້ອຍ ຂ້ອຍທຸກກໍ່ບໍ່ໄດ້ຂໍໃຫ້ເຈົ້າມາຊ່ວຍຫນາາ ! ເຊົາດູຖູກຄົນທຸກແບບຂ້ອຍ! ປະເທດເຈົ້າຕິດເຊື້ອພວກຂ້ອຍໃຫ້ກຳລັງໃຈ ເຫດໃດເຈົ້າຄືມາຕາຫນ່າຍແທ້
ໃນນາມບຸກຄະລາກອນເສື້ອຂາວ!! ບາງຢ່າງເຄີຍເບິ່ງຂ້າມແຕ່ເລື່ອງນີ້ ບໍ່ມັກ!! ທຸກແຕ່ບໍ່ຍອມຈົນ! ມາວ່າບ້ານເຮົາໂງ່ ນັກຂ່າວເພື່ອນບ້ານບອກບ້ານເຮົາ: ບໍ່ມີເຄື່ອງກວດ ຖ້າມີກໍ່ເຄື່ອງກວດ ບ້າບໍ….. ມາລອງຮັກສາປິ່ນປົວຢູ່ລາວບາງທີຊິເຊົາ !! ຮູ້ແທ້ລະຫວາຈິ່ງເວົ້າ??? ມາກວດຄວາມບ້າຂອງຄົນປະກາດຂ່າວກັບຄົນຂຽນໄວ…ມາ! Result ຊັດເຈນ: ຮ້ອຍເປີເຊັນ ຂາດມາລະຍາດ positive +++ ລາວຊື້ເຄື່ອງກວດຈາກ ເຢຍລະມັນ ຕ່າງປະເທດ WHO ເຄື່ອງຊ່ວຍຈາກຈີນອີກ ມີ ເງິນສຳຮອງເພື່ອເລື່ອງນີ້ຢູ່ !! ແມ່ນຢູ່ວ່າອາດຈະຍັງເປັນນ້ອງນ້ອຍ ຍັງຂາດແຄນບາງຢ່າງ ອາດຈະບໍ່ຫລາຍລົ້ນ ທັນໃຈວ່ອງໄວ ຖ້າທຽບກັບປະເທດທີ່ພັດທະນາແລ້ວ ແຕ່ປະເທດເພື່ອນບ້ານກໍ່ບໍ່ມີສິດ Bully ກັນ ສັມມາຄະລາວະແນ່ ! ບໍ່#ກ້າວກ່າຍ ເລື່ອງຄົນອື່ນ ມາລະຍາດ ຕອນປະຖົມໄດ້ຮຽນຢູ່ຫວາ? ຖ້າຕິດກະຕາຍແບບມີກຽດບໍ່ໄດ້ຂໍເງິນ ປະເທດເຈົ້າ ມາຊ່ວຍຫນາາາາ ! ເຖິງຫລາຍຄົນມີເງື່ອນໄຂ ຂ້າມໄປປິ່ນປົວກໍ່ຈ່າຍຄ່າຮັກສາເອງ ບໍ່ໄດ້ໃຫ້ເຈົ້າມາຈ່າຍໃຫ້ຈັກບາດ ມາເວົ້າໃຫ້ເລື່ອງ ດ່ານສາກົນປິດ Y ບໍ່ຊື້ Xກໍ່ທຸກ Xກໍ່ຂາດລາຍໄດ້!! ບໍ່ມີເງິນເດືອນຈ່າຍຄ່ານັກຂ່າວ ພັກຊະ!! Xຶງຫັ້ນ !! ບໍ່ຕິດເປັນເລື່ອງຍິນດີ ແທນທີ່ຊິມາຮຽນປະສົບການ WHY? ຫລືເອົາໃຈຊ່ວຍກັນຫາທາງອອກຜ່ານວິກິດນີ້
ບ້ານເຈົ້າອັນໃດຈະເລີນ ພວກເຮົາ ຊົມເຊີຍ ແຕ່ ຢ່າ! ຂ້າມເສັ້ນ ບ້ານເຈົ້າເກັ່ງ ອັນໃດເຈົ້າດີພວກຂ້ອຍຍອມຮັບ ແຕ່ ຂ່າວນີ້ເຈົ້າເປັນບຸກຄົນສາທາລະນະ ເຈົ້າເວົ້າແບບນີ້ ! ມັນກໍ່ບໍ່ຖືກ ! ໃນວິກິດທີ່ທຸກຄົນພວມເດືອດຮ້ອນ ໂຕເອງບໍ່ຄວນສະບາຍປາກ ເອົາເວລາ ອັບເດດ ຂ່າວບ້ານໂຕເອງຫັ້ນນ່າ! ສປປລາວຕິດ ຈີນກະບໍ່ປ່ອຍໃຫ້ຕາຍ ແຕ່ທີ່ແນ່ນອນ!! ປ່ອຍ ໃຫ້ X ຶງ ຕາຍ!
ประเทศไทยมีปัญหาเราช่วยกำลังใจ ถึงเราจะจนก็ไม่เคยออกข่าวดูถูกช้ำเติมใคร ! ไม่เคยดูถูกข้ามชาติ !ดูแลตัวเองก่อนมั้ย!!! ลองมาติดที่ลาวก่อน เอาตัวให้ลอดค่อยเหยียดคนอื่น!!! เจ้าลองมานอนติดเชื้อที่ลาวมั้ยเผื่อไม่ตาย! อย่าข้ามเส้น!!! เรื่องดีเรายอมรับและพร้อมเรียนรู้ แต่เรื่องที่ไม่รู้ แล้วออกมา เหยียดหยามคนอื่น ที่ลาวเรียกว่า โx่ ! แช่งให้คนอื่นตาย เหมือนตัวเอง อยากดัง #อย่าลบโพสต์ ไม่ได้ด่าคนไทยทั้งหมดน้า
เพราะมีเพื่อนไทยดีดีเยอะม้ากกก ยกเว้น ม!
ด่าคนอ่านข่าวกะคนเขียน
就是一个泰国记者欺负老挝人没得病 说老挝人科技学坏蛋 邋遢 查不出来 其实你该向我们学习 第一是礼貌 ! 第二 如何? 你是记者你没有学道德 你毕业?
我就说 中老就不会让兄弟死 看他怎么说对不起”
ໂພສຂອງ ໝໍແນ່ງ…

ແລະ ຫຼັງຈາກທີ່ໂພສຂອງ ໝໍແນ່ງຖືກເຜີຍແຜ່ອອກໄປ ກໍໄດ້ມີຊາວເນັດ ເຂົ້າໄປສະແດງຄວາມຊື່ນຊົມ ແລະ ເຫັນດີກັບໝໍແນ່ງຢ່າງຫຼວງຫຼາຍ… ເຊິ່ງໃນນາມແອັດມິ້ນເອງ ທີ່ເປັນນັກຂ່າວອີກຄົນໜຶ່ງ ແລະ ກໍໄດ້ເບິ່ງ VDO ຂ່າວທີ່ນັກຂ່າວໄທ ທ່ານນັ້ນໄດ້ວິເຄາະແລ້ວ ແອັດມິ້ນກໍຂໍຢູ່ແບບເປັນກາງວ່າ ສິດທິໃນການສໍາສະເໜີຂ່າວ ບ້ານເຂົາ-ບ້ານເຮົາແມ່ນບໍ່ຄືກັນ ແຕ່ທຸກສິ່ງທີ່ນໍາສະເໜີໄປກໍຕ້ອງຢູ່ບົນພື້ນຖານຈັນຍາບັນຄວາມເປັນນັກຂ່າວ “ຄືຄວາມເປັນກາງ” ບໍ່ເຮັດໃຫ້ຝ່າຍໃດຝ່າຍໜຶ່ງ ຫຼືປະເທດໃດປະເທດໜຶ່ງໄດ້ຮັບຜົນກະທົບ ແລະ ສ້າງຄວາມເຊື່ອມເສຍໃຫ້ແກ່ຜູ້ເປັນຂ່າວ!!
ໝໍແນ່ງ ຈັນດາລີ ສິດພະໄຊ

Kuanjai Magazine
