ທຸກໆວັນທີ 11 ຕຸລາ ແມ່ນວັນເດັກຍິງສາກົນ (International Day of the Girl Child) ທີ່ໄດ້ສະເຫຼີມສະຫຼອງຢູ່ທົ່ວໂລກ. ເຊິ່ງນອກຈາກຈະມີການສະເຫຼີມສະຫຼອງຢູ່ທົ່ວໂລກແລ້ວ, ໃນມື້ນີ້ຍັງຍົກໃຫ້ເຫັນເຖິງປັນຫາ ແລະ ສິ່ງທ້າທ້າຍທີ່ເດັກຍິງຕ້ອງພົບພໍ້, ພ້ອມທັງສະໜັບສະໜຸນການສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມການບັນລຸເປົ້າໝາຍຂອງພວກເຂົາ.

https://www.facebook.com/UnfpaLaos/videos/1523340957695902/
ວາລະສານ ຂວັນໃຈ ຂໍປະກາດຈຸດຍືນ ຂໍຮ່ວມສະເຫຼີມສະຫຼອງພ້ອມກັບຄົນທົ່ວໂລກ ແລະ ສະໜັບສະໜຸນໃຫ້ບັນດາເດັກຍິງ ໄດ້ມີຊີວິດທີ່ດີ ມີຄວາມຮູ້ ມີຄວາມເຂັ້ມແຂງທັງສຸຂະພາບກາຍ ຈິດໃຈ ໄດ້ເປັນຕົວຂອງຕົວເອງ ໄດ້ເຮັດຕາມຄວາມຝັນຂອງພວກເຂົາໃຫ້ປະສົບຜົນສຳເລັດ.
ທີ່ມາ: UNFPA Laos
Kuanjai Magazine
