ສະບາຍດີສາວໆ ໄລຍະນີ້ກໍເຂົ້າພັນສາແລ້ວເນາະ ແລະ ກໍເປັນຊ່ວງຂອງຍາມຝົນອີກ ຕອນກາງຄືນມາຮູ້ສຶກເລີຍວ່າອາກາດໜາວໆ ແລະ ກໍໜາວກາຍເຫຼືອເກີນກໍເລີຍຢາກຈະມີຜ້າຫົ່ມກາຄົນຈັກຜືນເອົາໄວ້ຫົ່ມນອນຈະອຸ່ນເນາະວ່າບໍ່ສາວໆ ຍິ່ງໄດ້ໄປສ່ອງບ່າວຄົນນັ້ນຄົນນີ້ຍິ່ງຊວນໃຫ້ຄິດໄປໄກເລີຍ ຄືກັບບ່າວຄົນນີ້ທີ່ແອັດໄປລັກສ່ອງມາ ຮູ້ສຶກວ່າຢາກຈະໄດ້ມາເປັນຜ້າຫົ່ມກາຄົນເຫຼືອເກີນ ແຕ່ຄິດຮອດສາວໆຫຼາຍກໍເລີຍເອົາມາຕ້ອນໃຫ້ໄດ້ຝັນໄກໄປຄືກັບແອັດໄປກ່ອນ ສໍາລັບບ່າວຄົນນີ້ບໍ່ໄດ້ດີແຕ່ໜ້າຕາ ແຕ່ຂໍບອກວ່າມີດີທັງໜ້າທີ່ວຽກງານເພາະບ່າວຄົນນີ້ເຮັດວຽກຢູ່ ທະນາຄານການຄ້າຕ່າງປະເທດລາວນັ້ນເອງ ອ່ອຍຍຍ ບ່າວທະນາຄານ ຕົ່ວະນີ່! ວ່າຍຍຍ ຍິ່ງຢາກໄດ້ເຂົ້າໄປໃຫຍ່ ແລະ ຍັງມີອີກນອກຈາກນີ້ຮູ້ສຶກວ່າຈະມັກເຮັດບຸນນໍາອີກ ເອີ້ນໄດ້ວ່າ ສາຍບຸນສຸດເຈົ້າຊູ້ພຸ້ນລ່ະ!!! ເອົາລະສາວໆເຮົາໄປເບິ່ງກັນເທາະເມື່ອຍແລ້ວ.
- ເອົາໃຈໄປເລີຍ
- ສາຍບຸນເຈົ້າ
- ອຸ໊ຍຍຍ ມຸມນີ້ມັກແຮງ
- ມີມາເພື່ອອີກ ໜ້າຮັກແທ້ໆ (ເຂົາຂໍສິຂຽວເດີ້)
- ອອກກໍາລັງກາຍຈ໋ະ
- ນີ້ກໍເຮັດບຸນ
- ອ່ານໜັງສືທັມມະຈ໋ະ
- ຢາກເອົາໄປເປັນຜ້າຫົ່ມກາຄົນເດະເນາະ
By: BeautyGuru
ຂໍຂອບໃຈຮູບຈາກ: Facebook: Phanthasith K Aligna