ເພື່ອລະນຶກວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 108 ປີ
13 ກໍລະກົດ 1909 ມື້ໃຫ້ກຳເນີດວີລະບູລຸດແຫ່ງຊາດລາວສາຍານາມ ບຸລຸດເຫຼັກ ຫຼື ເປັນ” ເຈົ້າຊາຍແດງ ” ແຫ່ງເຊື້ອແນວກະສັດລາວ, ເປັນສັນຍາລັກແຫ່ງການຕໍ່ສູ້ປອງດອງຊາດ. ຕະຫຼອດຊີວິດແມ່ນອຸທິດແກ່ພາລະກິດປະຕິວັດ ເພື່ອຄວາມເອກະລາດຂອງຊາດ. ມື້ນີ້ 13 ກໍລະກົດ 2017 ໄດ້ໝູນວຽນມາບັນຈົບອີກວາລະໜຶ່ງ
ປະທານສຸພານຸວົງ ປະທານປະເທດຜູ້ທຳອິດ ແຫ່ງ ສປປ ລາວ ຈະຍືນຍົງຢູ່ໃນຄວາມຊົງຈຳຂອງປະຊາຊົນລາວ ຊົ່ວກາລະນານ!
ມື້ນີ້! ເຮົາເລີຍນໍາຮູບພາບ ຂອງທ່ານ ປະທານ ສຸພານຸວົງ ມາໃຫ້ເບິ່ງກັນ ເພື່ອລະນຶກເຖິງທ່ານ.

ແຫຼ່ງ: ປະຫວັດສາດລາວ ແຕ່ອາດີດເຖິງປະຈຸບັນ (ດຣ. ພູທອງ ແສງອາຄົມ) ຫໍສະໝຸດແຫ່ງຊາດ
ຮູບ: ເຟສ ບຸກ ປະທານ ສຸພານຸວົງ