Breaking News

ເຂົ້າມາເບິ່ງກັນເລີຍສາວໆ! ເກີບຜ້າ+ຢີນ Idea ແຕ່ງຕົວຊິດໆ ແຕ່ງໄດ້ຕະຫຼອດປີຮັບຮອງບໍ່ມີ Out !!!

ແບ່ງປັນ

ສະບາຍດີສາວໆຂວັນໃຈທີ່ໜ້າຮັກທຸກໆຄົນ ມື້ນີ້ແອັດມີ Idea ແຕ່ງຕົວຊິດໆແບບເກ໋ໆ ແລະ ບໍ່ຕ້ອງຄິດຫຼາຍມາຕ້ອນສາວໆກັນ Item ສໍາຄັນກໍມີແຕ່ເກີບຜ້າ+ຢີນ ເຊິ່ງ 2 Item ນີ້ສາວໆເກືອບວ່າທຸກຄົນກໍມີຕິດຕູ້ເສື້ອຜ້າຢູ່ແລ້ວ ແມ່ນບໍ່? ແລະ ທີ່ເຮົາຮວບຮວມມາໃນມື້ນີ້ ສາວໆສາມາດແຕ່ງຕາມໄດ້ເລີຍ ແຖມບໍ່ຕ້ອງເປືອງເງິນໄປຊື້ເສື້ອຜ້າເພີ່ມຢ່າງແນ່ນອນ 😛 ເອົາພຽງແຕ່ທີ່ມີຢູ່ມາໃສ່ແບບ Mix and Mach ກັນກໍພໍແລ້ວ ຮັບຮອງວ່າເກີດ ຮັບຮອງວ່າລອດທຸກ Look ທຸກ Style ມາໆ ນໍາມາເບິ່ງພ້ອມກັນເລີຍ!

  • ໃສ່ຢີນກິນນີ່ຂາຍາວກັບສາຍດ່ຽວ ນາງເອກຄືເກີບຜ້າໃບສີຂາວ!

  • ພັບຂາສົ້ງນິສໜຶ່ງແບບນີ້ກະໄດ້ ແຖມເສື້ອຄຸມຢີນອີກກໍຍັງໄດ້

  • ຂາກະບອກຂາດເຂົ່າກັບຜ້າໃບສີຂາວ! ເຊີໆແຕ່ໜ້າຮັກກ

  • ເກີບຜ້າ Adidas ຄູ່ໃຈໃສ່ໄດ້ທຸກມື້!

  • Look Street ໄວທີນເກ໋ໆ ຮັບຮອງບໍ່ມີທາງ Out

  • ເລືຶອກຢີນສີເຂັ້ມຈັກໜ້ອຍ! ແຕ່ງຂາຂາດຈັກໜ້ອຍກະເລີ໋ດ

  • ຄວງເກີບຜ້າ+ຢີນຂາຍາວທ່ຽວຍີ່ປຸ່ນກະໄດ້ເດີ້!

  • ໃຜມີສົ້ງຢີນເຊີໆແບບນີ້ ເພິ່ມໝວກແກ໋ບເຂົ້າໄປແບບນີ້! ເທ່ລະເບີດເລີຍ

  • My Idol ເຂົາກະໃສ່ກັນ ຊິດໆ ເທ່ໆ ບໍ່ມີຕົກເທຼນຈ້າ!

  • ຜ້າໃບ+ອ້ຽມຂາມ້າແບບນີ້ກະເຂົ້າກັ໋ນເຂົ້າກັນ!

  • Look ງາມກະໄດ້ ພຽງຈັບເສື້ອສີຂາວ+ສົ້ງຢີນຂາຍາວ+ເກີບຜ້າສີຂາວ!

  • ຮິບສເຕີແຕ່ຊ່ອນຄວາມຫວານ ໃຜມີຢີນແຕ່ງຂາແນ່ຈັບມາໃສ່ເລີຍ

  • ຢີນພັບຂາກະ Hot ຊ່ວຍອໍາພາງຂາໄດ້

  • ສໍາລັບໃຜທີ່ມັກງາມໆແບບເຊີໆແບບນີ້ຈັດເລີຍ!

  • ເສື້ອຢືດ+ສົ້ງຢີນ+ຜ້າໃບ ແຕ່ຖືກະເປົາຫຼຼູໆຈັກໃບກະບໍ່ Out ໃດ໋!

By: BeautyGuru

Cr: Sprice

ແບ່ງປັນ