ສາວໆ ມື້ນີ້ແອັດຫຼົງເຂົ້າໄປເຫັນອ້າຍບ່າວສະຈວດຄົນໜຶ່ງຮູ້ສຶກວ່າໜ້າຕາຄຸ້ນຫຼາຍ ຈັກເຄີຍເຫັນຢູ່ໃສກະບໍ່ຮູ້ ແອັດກໍເລີຍອົດບໍ່ໄດ້ທີ່ຈະເຂົ້າໄປຊອກຄົ້ນປະຫວັດມາ ແລະ ນໍາສະເໜີໃຫ້ສາວໆໄດ້ຮູ້ກັນນໍາ ໃນທີ່ສຸດກໍໄດ້ໄປຮູ້ປະຫວັດມາຄ່າວໆວ່າ ອ້າຍບ່າວສະຈວດຄົນນີ້ກໍເປັນຄົນໜຶ່ງທີ່ວົນວຽນຢູ່ໃນວົງການບັນເທີງບ້ານເຮົານີ້ແຫຼະ ແຕ່ຄິດວ່າໜ້າທີ່ຫຼັກທີ່ເພິ່ນເຮັດຢູ່ນັ້ນອາດຈະຄ້ອນຂ້າງໜັກກໍເລີຍບໍ່ຄ່ອຍໄດ້ມີເວລາ ສ້າງສັນຜົນງານອອກມາໃຫ້ແຟນໆໄດ້ຕິດຕາມກັນຢ່າງຕໍ່ເນື່ອງພໍເທົ່າໃດ. ໂດຍຜົນງານທີ່ອ້າຍບ່າວຄົນນີ້ໄດ້ສ້າງໄວ້ ແລະ ເຊື່ອວ່າຫຼາຍຄົນຄົງຈະຈື່ບໍ່ລືມກັບເພງນີ້ ຄົນບໍ່ສໍາຄັນ ຂອງ ວົງ Tommy Master ທີ່ບ່າວທອນນີ້ ໄດ້ສະແດງເປັນພະເອກ ນອກຈາກນັ້ນ ທ້າວຍັງໄດ້ມີຜົນງານອີກຫຼາກຫຼາຍໃນວົງການບັນເທິງເຊັ່ນ: ສະແດງເລື່ອງສັ້ນ, ຖ່າຍແບບ, ເດີນແບບຕ່າງໆ ເອົາເປັນວ່າເສັ້ນຂອງແອັດກໍຍັງຄົງບໍ່ຕາຍ ແລະ ບ່າວທອນນີ້ ກໍຍັງບໍ່ໄດ້ຫາຍໄປໃສ ຍັງຄົງວົນວຽນຢູ່ໃນວົງການບັນເທິງຄືເກົ່າແຕ່ ໜ້າທີ່ກໍສໍາຄັນ ເຊິ່ງປັດຈຸບັນແມ່ນເຮັດວຽກເປັນສະຈວດຢູ່ສາຍການບິນ Lao skyway ເຖິງຈະບໍ່ຄ່ອຍໄດ້ເຫັນໃນວົງການບັນເທີງ ແຕ່ສາວໆກໍຍັງສາມາດຕິດຕາມທ້າວໄດ້ທາງ Facebook ຫຼື IG ສ່ວນຕົວໄດ້ເລີຍ.
- ເຈົ້າຊູ້ຫຼາຍ
- ດູດີ
- ຢາກເປັນຄົນໃນກໍາມື 555
- ໄປກັບອ້າຍບໍ່
- ນາຍແບບ
- ໄປເບິ່ງນໍາກັນບໍ່?
- ສົນໃຈໄປປູກຕົ້ນໄມ້ນໍາບໍ່?
- ໄປທ່ຽວກັນນນນ
- ເທ່ໆໆໆໆ
- ຄົນບໍ່ສໍາຄັນ (ເພງ)
- ຮູບເງົາສັ້ນ
By: BeautyGuru
ຮູບຈາກ: Facebook: Thonny Stpm