ສູດຫຼຸດນໍ້າໜັກ 3 ກິໂລພາຍໃນ 7 ມື້
ປັດຈຸບັນມີຫຼາຍໆຄົນທີ່ຢາກຈະຫຼຸດຄວາມຕຸ້ຍແບບຮີບດ່ວນ ເລີຍມັກໄປເພິ່ງພາອາໄສຢາຫຼຸດຄວາມຕຸ້ຍ, ອາຫານເສີມຫຼຸດນໍ້າໜັກ, ຢາກໍາຈັດໄຂມັນ ແລະ ຢາຕ່າງໆ, ແຕ່ຖ້າຢາກຈ່ອຍແທ້ມັນມີເງື່ອນໄຂຢູ່ 2 ຢ່າງຄື: ການຄວບຄຸມອາຫານ ແລະ ການອອກກໍາລັງກາຍ ຖ້າເຮັດໄດ້ເທົ່ານີ້ກໍສາມາດຈ່ອຍໄດ້ ບໍ່ຈໍາເປັນຕ້ອງໄປເສຍເງິນກັບຢາຫຼຸດຄວາມຕຸ້ຍຕ່າງໆທັງສ່ຽງຕໍ່ສຸຂະພາບ, ມື້ນີ້ເວັບໄຊ້ ວາລະສານ ຂັວນໃຈ ຈະມາບອກສູດໃນການຄວບຄຸມອາຫານໃຫ້ສາວໆຮູ້ກັນວ່າ: ວິທີຫຼຸດຄວາມຕຸ້ຍ 3 ໂລພາຍໃນ 7 ມື້ນັ້ນມີຢ່າງໄດແດ່ ຮີບເບິ່ງດ່ວນເລີຍ.
- ມື້ທີໜຶ່ງ.
ຕອນເຊົ້າ: ນໍ້າຊາ ຫຼື ການເຟບໍ່ໃສ່ນໍ້າຕານ.
ຕອນສວາຍ: ໄຂ່ຕົ້ມ 2 ໜ່ວຍ ແລະ ຜັກຕົ້ມບໍ່ຈໍາກັດຈໍານວນ ໃສ່ເກືອນ້ອຍໆ.
ຕອນແລງ: ສະເຕັກໝູ ຫຼືປາ ຜັກ – ໝາກໄມ້ສົດ.
- ມື້ທີສອງ.
ຕອນເຊົ້າ: ນໍ້າຊາ ຫຼື ການເຟບໍ່ໃສ່ນໍ້າຕານ ແລະ ເຂົ້າຈີ່ແຜ່ນ 1 ປ່ຽງ.
ຕອນສວາຍ: ສະເຕັກໝູ ຫຼື ປີ້ງປາ, ຜັກ – ໝາກໄມ້ສົດ.
ຕອນແລງ: ໝູແຮມລວກ.
- ມື້ທີສາມ.
ຕອນເຊົ້າ: ນໍ້າຊາ ຫຼືການເຟບໍ່ໃສ່ນໍ້າຕານ ແລະ ເຂົ້າຈີ່ແຜ່ນ 2 ປ່ຽງ.
ຕອນສວາຍ: ໄຂ່ຕົ້ມ 2 ໜ່ວຍ, ກະຣົດຕົ້ມ ແລະ ຜັກສົດ.
ຕອນແລງ: ໝູແຮມລວກ.
- ມື້ທີສີ່.
ຕອນເຊົ້າ: ນໍ້າຊາ ຫຼືການເຟບໍ່ໃສ່ນໍ້າຕານ ແລະ ເຂົ້າຈີ່ແຜ່ນ 1 ປ່ຽງ.
ຕອນສວາຍ: : ໄຂ່ຕົ້ມ 1 ໜ່ວຍ, ກະຣົດຕົ້ມ ແລະ ຜັກສົດ.
ຕອນແລງ: ໝາກໄມ້ ແລະ ໂຍເກີດ.
- ມື້ທີຫ້າ.
ຕອນເຊົ້າ: ນໍ້າຊາ ຫຼືການເຟບໍ່ໃສ່ນໍ້າຕານ.
ຕອນສວາຍ: ປີ້ງປາ ຫຼື ຕົ້ມຜັກ.
- ມື້ທີຫົກ.
ຕອນເຊົ້າ: ນໍ້າຊາ ຫຼືກາເຟບໍ່ໃສ່ນໍ້າຕານ.
ຕອນສວາຍ: ປີ້ງໄກ່ບໍ່ກິນໜັງ.
ຕອນແລງ: ໄຂ່ຕົ້ມ 2 ໜ່ວຍ ແລະ ກະຣົດຕົ້ມ.
- ມື້ທີເຈັດ.
ຕອນເຊົ້າ: ນໍ້າຊາ ຫຼືການເຟບໍ່ໃສ່ນໍ້າຕານ.
ຕອນສວາຍ: ໝາກໄມ້.
ຕອນແລງ: ກິນຫຍັງກໍໄດ້ຕາມຕ້ອງການ.
ແຕ່ສິ່ງສໍາຄັນຄືເວລາຫິວຫ້າມກິນຢ່າງອື່ນໃຫ້ດື່ມນໍ້າແທນ ຫຼື ໝາກໄມ້ເຊັ່ນ: Apple ກໍ່ສາມາດຊ່ວຍທ່ານໄດ້ຄືກັນ ແລະ ສິ່ງສໍາຄັນອີກຢ່າງໜຶ່ງຄືການອອກກໍາລັງກາຍ.