Breaking News

ເຈາະເລິກ!!! ເຈ້ຍ ປາຊີຟິກ ຜູ້ກໍາກັບ 1.000 ລ້ານ (ຫົງຫາມເຕົ່າ)

ແບ່ງປັນ

ສະບາຍດີສາວໆຂວັນໃຈທີ່ໜ້າຮັກທັງຫຼາຍ!! ມື້ນີ້ ຄໍລຳ Entertainment Lao ຮູ້ສຶກຕື່ນເຕັ້ນຫຼາຍໆ ທີ່ໄດ້ມີໂອກາດສຳພາດຜູ້ກຳກັບ 1,000 ລ້ານ ທີ່ (ເກືອບ) ໜ້າຕາດີ ແຕ່ມີຄວາມໜ້າຮັກ ແຖມຄວາມສາມາດຍັງບໍ່ເປັນຮອງໃຜແນ່ນອນເດີ້ ຮູບເງົາທີ່ລາວສ້າງຜ່ານມາ ສ່ວນໃຫຍ່ກໍອອກແນວຕະຫຼົກມ່ວນຊື່ນ ສ້າງຮອຍຍິ້ມໃຫ້ກັບຜູ້ທີ່ໄດ້ຊົມ ປະສົມແນວຜີໆນຳອີກ ນັ້ນກໍຄືຮູບເງົາເລື່ອງ “ຮັກອີ່ຫຼີ 1 ແລະ 2” ທີ່ສ້າງລາຍຮັບລະດັບ 1,000 ລ້ານ ຕໍ່ເລື່ອງພຸ້ນແຫຼະ ຊິເປັນໃຜໄປບໍ່ໄດ້ນອກຈາກ ອ້າຍເຈ້ຍ ປາຊິຟິກ ຫຼ້າສຸດ ອ້າຍເຈ້ຍ ໄດ້ສ້າງ ແລະກໍາກັບຮູບເງົາເລື່ອງທີ 3 ຊື່ວ່າ “ຫົງຫາມເຕົ່າ” ທີ່ອອກສາຍໃນເດືອນມິຖຸນາຜ່ານມາ ແລະກວາດລາຍໄດ້ຢ່າງທະຫຼົ່ມທະລາຍອີກເຊັ່ນເຄີຍ ເພິ່ນເຮັດໄດ້ແນວໃດ ໄປເຈາະຈີ້ມເລື່ອງລາວພ້ອມໆກັນເລີຍ

ເດັກຊາຍເຈ້ຍ ແຕ່ນ້ອຍງຽບໆ ບໍ່ຄ່ອຍມັກປາກ??

ພວກເຮົາສ່ວນຫຼາຍ ຕິດພາບຂອງ ອ້າຍເຈ້ຍ ທີ່ອາລົມດີ ຕະຫຼົກ ແຄ່ເຫັນໜ້າລາວກໍຍິ້ມອອກແລ້ວແມ່ນບໍ່? ແຕ່ ອ້າຍເຈ້ຍ ເພິ່ນບອກວ່າ ຕອນຍັງນ້ອຍບໍ່ໄດ້ເປັນແນວນີ້ໃດ ແຕ່ຂ້ອນຂ້າງງຽບ ບໍ່ຄ່ອຍເວົ້າ ບໍ່ຄ່ອຍລົມນຳໃຜ ພໍ່ແມ່ນອ້າຍເອືອຍນ້ອງຖາມຄຳຈຶ່ງຕອບໜຶ່ງຄຳ ອອກແນວໂລກສ່ວນຕົວສູງ ຖ້າໄປໂຮງຮຽນກໍລົມຢອກກັນກັບໝູ່ຄູ່ທຳມະດາ ແຕ່ສິ່ງທີ່ເຮັດໃຫ້ ອ້າຍເຈ້ຍ ຢາກເປັນຜູ້ກຳກັບກໍຍ້ອນວ່າ ລາວມັນເບິ່ງຮູບເງົາຫຼາຍ ເຖິງຂັ້ນວ່າ ເບິ່ງໄດ້ໝົດມື້ບໍ່ປາກນຳໃຜເລີຍກໍໄດ້ ຢູ່ເຮືອນສະສົມແຜ່ນຮູບເງົາໄວ້ເກືອບ 1,000 ແຜ່ນແລ້ວວ່າຊັ້ນ ແລະເມື່ອ ອ້າຍເຈ້ຍ ມີໂອກາດໄດ້ເຂົ້າສູ່ວົງການບັນເທີງ ຈາກການປະກວດຮ້ອງເພງ ໄດ້ເປັນນັກຮ້ອງ ໄດ້ກຳກັບ MV ເພງ ໄດ້ເຮັດຄະນະຕະຫຼົກ ແລະຮ່ວມສະແດງຮູບເງົາເລື່ອງ “ຮັກອ່ຳຫຼ່ຳ” ກໍຍິ່ງເຮັດໃຫ້ ອ້າຍເຈ້ຍ ບອກຕົນເອງວ່າ “ນີ້ແຫຼະສິ່ງທີ່ເຮົາມັກ ເຮົາຕ້ອງສ້າງ ແລະກຳກັບຮູບເງົາຂອງຕົນເອງໃຫ້ໄດ້”

“ຈຸດປ່ຽນ” ມາຈາກການຊອກຫາຄວາມສຸກທີ່ແທ້ຈິງ

ອ້າຍເຈ້ຍ ກໍຄືກັບຫຼາຍໆຄົນທີ່ອາດຈະຮູ້ແລ້ວວ່າ ສິ່ງທີ່ເຮົາມັກແມ່ນຫຍັງ ແຕ່ບໍ່ແມ່ນວ່າຈະໂດດເຂົ້າໄປເຮັດທັນທີໂລດ ເພາະພວກເຮົາຕ່າງກໍຖືກສອນໃຫ້ໃຊ້ຊີວິດຢູ່ໃນພື້ນທີ່ປອດໄພ ແລະສະດວກສະບາຍ (Comfort zone) ບໍ່ກ້າຮັບເອົາຄວາມສ່ຽງ ໂດຍສະເພາະໃນການລົງທຶນ ຈຶ່ງເລືອກເຮັດວຽກຢູ່ຕາມຫ້ອງການ, ການເປັນພະນັກງານ ໃນອົງກອນ ຫຼືບໍລິສັດຄົນອື່ນ ແລ້ວຈະມີຈັກຄົນທີ່ກ້າຖາມຕົນເອງວ່າ ມັນແມ່ນຄວາມສຸກທີ່ແທ້ຈິງບໍ່? ຖ້າ “ແມ່ນ” ກໍແລ້ວໄປ ແຕ່ຫາກຄຳຕອບຄື “ບໍ່ແມ່ນ” ເດ? ເຮົາຈະໄປຕໍ່ແນວໃດ? ຈຸດປ່ຽນຂອງ ອ້າຍເຈ້ຍ ກໍເຊັ່ນກັນ ມັນເລີ່ມຂຶ້ນເມື່ອລາວຍອມຮັບວ່າ “ເບື່ອ” ວຽກຫ້ອງການແຮງ ເບື່ອທີ່ຕ້ອງນັ່ງບ່ອນເກົ່າ ເຮັດສິ່ງເດີມໆຊໍ້າໆ ແລະເລີ່ມວາງແຜນເຮັດໃນສິ່ງທີ່ຕົນເອງມັກແທ້ໆ ກໍຄືການສ້າງຮູບເງົາ ໃນແບບຂອງ ເຈ້ຍ ປາຊິຟິກ ເຊິ່ງການຕັດສິນໃຈຄັ້ງນີ້ ແມ່ນການອະນຸຍາດໃຫ້ຕົວ ອ້າຍເຈ້ຍ ເອງພົບພໍ້ກັບຄວາມສຸກທີ່ແທ້ຈິງ

ຜູ້ກຳກັບ 1,000 ລ້ານ .. ເປັນໄດ້ຍ້ອນໃຈມັກອີ່ຫຼີເດີ້

ການກຳກັບຮູບເງົາບໍ່ແມ່ນເລື່ອງງ່າຍເລີຍ? ເພາະ ອ້າຍເຈ້ຍ ບອກວ່າ ການເປັນຜູ້ກຳກັບ ຕ້ອງເປັນຄົນລະອຽດ ຕ້ອງຄິດ ຕ້ອງວາງແຜນ ຕ້ອງບໍລິຫານກອງຖ່າຍ ແລະທີມງານຫຼາຍສິບຊີວິດ ແລ້ວຍັງເລື່ອງສະຖານທີ່ອີກ ນັກສະແດງອີກ ເພາະຖ້າບໍ່ພ້ອມພຽງກັນທຸກພາກສ່ວນ ກໍບໍ່ສາມາດຖ່າຍທຳໄດ້ ແຕ່ໃນກໍລະນີຂອງ ອ້າຍເຈ້ຍ ຄືຊິແມ່ນຍາກຄູນ 3 ເນາະ ເພາະລາວທັງລົງທຶນສ້າງເອງ ກຳກັບເອງ ແລະຍັງສະແດງເອງນຳອີກ ເອີ້ນວ່າ ມາແບບຄົບວົງຈອນເລີຍ ແຕ່ລາວກໍເຮັດອອກມາໄດ້ດີ ນັບແຕ່ຮູບເງົາເລື່ອງທຳອິດ ຈົນດຽວນີ້ຮອດເລື່ອງທີ 3 ແລ້ວ ກໍຍັງບໍ່ເຮັດໃຫ້ແຟນໆຜິດຫວັງ ຫາກມັນເປັນສິ່ງທີ່ເຮົາມັກແລ້ວ ເຮົາຈະເຮັດດ້ວຍຫົວໃຈ ດ້ວຍຄວາມອົດທົນ ຜົນງານຈຶ່ງອອກມາດີ ຈົນຜູ້ຊົມຕ່າງກໍສຳຜັດໄດ້ເຖິງຄວາມຕັ້ງໃຈຂອງຜູ້ກຳກັບ ແລະກໍບໍ່ແປກໃຈເລີຍ ທີ່ຮູບເງົາຂອງ ອ້າຍເຈ້ຍ ປາຊິຟິກ ສ້າງລາຍຮັບລະດັບ 1,000 ລ້ານ ມາຕະຫຼອດ

ຖ້າບໍ່ແມ່ນສິ່ງທີີ່ມັກທີີ່ສຸດ ເຮົາກໍບໍ່ມີຄວາມອົດທົນກັບມັນ

ເມື່ອຮູບເງົາ “ຮັກອີ່ຫຼີ 1 ແລະ 2” ປະສົບຄວາມສຳເລັດຢ່າງສູງ ອ້າຍເຈ້ຍ ກໍເລີ່ມຢາກລອງເຮັດສິ່ງທີ່ລາວມັກຮອງລົງມາ ດ້ວຍຄວາມມັກແຕ່ງກິນ ແລະຢາກໃຫ້ຄົນອື່ນໆໄດ້ລິ້ມລອງຝີມື ຮ້ານອາຫານຮາດເໝດ “Hart Made” ຈຶ່ງຖືກເປີດຂຶ້ນ ທ້າຍປີ 2015 ແລະປິດລົງຫຼັງຈາກນັ້ນພຽງ 1 ປີ ອ້າຍເຈ້ຍ ໃຫ້ເຫດຜົນວ່າ “ເມື່ອຍຫຼາຍ” ກັບບັນຫາຫຼາຍໆຢ່າງ ທັງດຣາມ່າພະນັກງານ ເຈັບຫົວນຳລູກຄ້າ ສະຖານທີ່ຈອດລົດບໍ່ພຽງພໍ ທີ່ສຳຄັນ ມັນບໍ່ມີຄວາມສຸກ ແຕ່ແຮງເຮັດແຮງເມື່ອຍ ຈຶ່ງຕັດສິນໃຈຍົກເລີກກິດຈະການໄປ ທັ້ງທີ່ຍັງບໍ່ໄດ້ຕົ້ນທຶນຄືນ ແລະກັບມາສູ່ວົງການຮູບເງົາອີກຄັ້ງ

ເຖິງຂັ້ນຂາຍດິນ ມາສ້າງຮູບເງົາ “ຫົງຫາມເຕົ່າ”

ເມື່ອໃຊ້ເງິນທຶນໝົດໄປກັບຮ້ານອາຫານແລ້ວ ການຫວນຄືນສູ່ວົງການຮູບເງົາຂອງ ອ້າຍເຈ້ຍ ຈຶ່ງຢາກລຳບາກແດ່ ເຖິງຂັ້ນທີ່ ເອື້ອຍໄຊ ຄົນງາມ ຜູ້ເປັນພັນລະຍາ ທີ່ຄອຍໃຫ້ກຳລັງໃຈສະເໝີ ຕ້ອງໄດ້ຂາຍດິນມາລົງທຶນ ແຖມບັນດານັກສະແດງຍັງບໍ່ໄດ້ເງິນຄ່າຕົວ ຈົນກວ່າຮູບເງົາຈະອອກສາຍແລ້ວພຸ້ນໃດ ນີ້ກໍເປັນຍ້ອນ ທຸກຄົນອ້ອມຂ້າງ ສຳຜັດໄດ້ເຖິງຄວາມຕັ້ງໃຈຈິງຂອງ ອ້າຍເຈ້ຍ ທີ່ຢາກສ້າງສຽງຫົວ ແລະຄວາມສຸກໃຫ້ຜູ້ຊົມນັ້ນເອງ ຈຶ່ງມີແຕ່ຄົນສະໜັບສະໜູນ ໂດຍສະເພາະຮູບເງົາ “ຫົງຫາມເຕົ່າ” ນີ້ ອ້າຍເຈ້ຍ ຢາກສື່ໃຫ້ຄົນໃນສັງຄົມ ຫັນກັບມາຮັກ ແລະເຫັນຄຸນຄ່າ ສະມາຊິກຄອບຄົວຕົນເອງຫຼາຍຂຶ້ນ ເພາະສະໄໝນີ້ ຄົນມັກຈະເບິ່ງຂ້າມຄວາມສຸກຮ່ວມກັບຄອບຄົວ ບໍ່ເຫັນຄຸນຄ່າພໍ່ແມ່ ຈົນມື້ທີີ່ບໍ່ມີເພິ່ນແລ້ວ ຈຶ່ງຮູ້ສຶກຕົວມັນກໍຊ້າເກີນໄປ

ຝາກທ້າຍ:

ຢາກໃຫ້ຄົນລາວຊ່ວຍສະໜັບສະໜູນຮູບເງົາລາວ ເພາະທຸກຂັ້ນຕອນນັບແຕ່ ຖ່າຍທຳ ຈົນຮອດນຳໄປສາຍໃນໂຮງຮູບເງົາ ແມ່ນການກະຈາຍລາຍຮັບ ໄປຫາຫຼາຍໆອາຊີບໃນສັງຄົມລາວ

  •  ວາລະສານຂວັນໃຈ ສະບັບເດືອນ ສິງຫາ 2017
ແບ່ງປັນ