ກາຍເປັນກະແສໂດ່ງດັງໃນໂລກອອນລາຍມາຫຼາຍເດືອນສຳລັບ ນາງ ນ້ອຍ ຫຼືຄົນສ່ວນຫຼາຍຮູ້ກັນໃນນາມ “ຜູ້ສາວຂາລັກ” ທີ່ຈະເຫັນນາງໄປທົ່ວທຸກໆແຂວງ ໄປຂຶ້ນເຮືອນຫຼັງນັ້ນຫຼັງນີ້ ແລະ ມັກຈະມີພໍ່ແມ່ປະຊາຊົນເຫັນ ແລະ ຖ່າຍຮູບລາຍງານຄວາມເຄື່ອນໄຫວຂອງນາງຄົນນີ້ຢູ່ເລື້ອຍໆ ແລະ ຫຼ້າສຸດກໍມີຄົນໃຈດີນັ້ນກໍຄື ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ໄດ້ຍື່ນມີເຂົ້າມາຊ່ວຍ ພໍແຕ່ມາກໍຊ່ວຍອານາໄມຮ່າງກາຍ ຫວີຜົມ ເພາະຜູ້ກ່ຽວຢູ່ໃນສະພາບທີ່ບໍ່ຈົບງາມ ແລະ ທາງສະມາຄົມຍັງໄດ້ໂພສຂໍຄວາມເຫັນໃຈຈາກຜູ້ໃຈບຸນທັງຫຼາຍວ່າ:
“ສະບາຍດີພໍ່ແມ່ພີ່ນ້ອງຜູ້ໃຈບຸນທັງຫລາຍ ຕອນນີ້ທາງສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ຮ່ວມກັບທີ່ປືກສາຂອງສະມາຄົມ ໄດ້ຊອກບ່ອນຢູ່ອາໃສໃຫ້ນາງນ້ອຍ ຄົນນີ້ໄດ້ແລ້ວ, ເຊີ່ງຫຼາຍໆຄົນອາດຈະຮູ້ຈັກນາງນ້ອຍຄົນນີ້ ນາງບໍ່ມີບ່ອນພັກອາໃສ ສະຕິບໍ່ດີ ພວກເຮົາຈື່ງຢາກວິງວອນໃຫ້ສັງຄົມເຫັນໃຈແລະຊ່ວຍນາງແດ່ເພາະນາງຕ້ອງໄດ້ຮັບການຮັກສາປີ່ນປົວ ຄ່າຢາແລະການຢູ່ກິນ ເພື່ອຈະໄດ້ຫາຍປົກກະຕິຄືຄົນອື່ນ ໃນການປີ່ນປົວຮັກສານາງຕ້ອງໄດ້ໃຊ້ເວລາແຕ່ພວກເຮົາກໍ່ຈະຕິດຕາມແລະເບິ່ງແຍງນາງຕະຫຼອດໄປ ດັ່ງນັ້ນຈື່ງຂໍໃຫ້ຜູ້ໃຈບຸນທັງຫຼາຍຮ່ວມຊ່ວຍນາງເພື່ອບໍ່ໃຫ້ນາງໄປເປັນພາລະຂອງສັງຄົມຄືທີ່ຜ່ານມາ ແລະ ພວກເຮົາຂໍຂອບໃຈມາຍັງອົງການຈັດຕັ້ງຕ່າງໆ ທີ່ໄດ້ຊ່ວຍໃຫ້ຄຳປືກສາແນະນຳເພື່ອໃຫ້ນາງນ້ອຍຄົນນີ້ໄດ້ມີບ່ອນພັກອາໃສ ບໍ່ໄປສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ”
ສຳລັບແຟນໆທ່ານໃດທີ່ມີໃຈບຸນຢາກຊ່ວຍເຫຼຶອນາງນ້ອຍຄົນນີ້ ສາມາດຄລິກເຂົ້າໄປທີ່ເພສຂອງ ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ໄດ້ເລີຍ!!!
#ແຊຣໄປຕໍ່ໄປນີ້ຜູ້ສາວຂາລັກຈະມີບ່ອນຢູ່ອາໄສແລ້ວ
ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624 , Nhipoun Ouanmixay