Breaking News

ເອົາແລ້ວ! ຊາວເນັດຮືຮາ…ຄາດເດົາວ່າ “ໜ້າກາກຊາກຸລະ” ໃນ The Mask Singer3 ແມ່ນ “ອາເລັກຊານດ້າ ບຸນຊ່ວຍ”

ແບ່ງປັນ

ໃນຊ່ວງທ້າຍອາທິດທີ່ຜ່ານມາເຮັດເອົາຊາວເນັດໃຫ້ຄວາມສົນໃຈກັນຢ່າງແຜ່ຫຼາຍ ສຳລັບລາຍການ The Mask Singer ຊີ່ຊັ່ນ 3 ເຊິ່ງເປີດໂຕໄປພຽງບໍ່ຈັກຕອນກໍເຮັດໃຫ້ເກີດກະແສຄວາມແຮງ ເປັນທີ່ຮືຮາຂອງຊາວເນັດ ເພາະມີ “ໜ້າກາກຊາກຸລະ” ເປີດໂຕອອກມາຮ້ອງໃນບົດເພງ Dangerous Woman ຂອງນັກຮ້ອງສາວ ຊຸບເປີສະຕາ (Ariana Grande) ເຊິ່ງ ໜ້າກາກຊາກຸລະ ຮ້ອງເພງດັ່ງກ່າວອອກມາໄດ້ດີ ມ່ວນຄ້າຍຄືກັບຕົ້ນສະບັບ ແຕ່ທີ່ພິເສດກວ່ານັ້ນສຽງຮ້ອງຂອງ ໜ້າກາກຊາກຸລະ ດັນມາຄ້າຍຄຽງກັບ ຊຸບເປີສະຕາສາວລາວ ອາເລັກຊານດ້າ ບຸນຊ່ວຍ ຊາວເນັດເລີຍເກີດກະແສຄວາມສົງໃສວ່າແມ່ນ ອາເລັກຊານດ້າບໍ່? ແຕ່ກໍໜ້າຄິດ ເພາະນາງເຄີຍໄປສຶກສາທີ່ ປະເທດ ຍີ່ປຸ່ນ, ບາງຄົນກໍໄປຊອກຟັງເພງເກົ່າໆຂອງນາງ ລວມທັງໄປຊອກເບິ່ງລີລາທ່າທາງເວລາຮ້ອງເພງຂອງ ອາເລັກຊານດ້າ ຈົນໃຜໆກໍເວົ້າເປັນສຽງດຽວກັນວ່າ “ໜ້າກາກຊາກຸລະ” ຕ້ອງເປັນ ນັກຮ້ອງສາວລາວ ອາເລັກຊານດ້າ ບຸນຊ່ວຍ ເຮົາແນ່ນອນ.

ສຳລັບ “ໜ້າກາກຊາກຸລະ”  ໄດ້ແຂ່ງຂັນກັບ  “ໜ້າກາກນິນຈາ” ເຊິ່ງກໍເປັນຝ່າຍ ໜ້າກາກຊາກຸລະ ທີ່ຊະນະແລະຍັງບໍ່ໄດ້ຖອດໜ້າກາກ, ມາລຸ້ນນຳກັນໃນອາທິດຕໍ່ໆໄປວ່າໜ້າກາກຊາກຸລະນີ້ຈະແມ່ນ ຊຸບເປີສະຕາສາວລາວ ອາເລັກຊານດ້າ ບຸນຊ່ວຍ ແທ້ ຫຼື ບໍ່???

ຂໍຂອບໃຈ:Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ , The Mask Singer

ແບ່ງປັນ