Breaking News

ເກັ່ງອີ່ຫລີ! “ໜ້າກາກຊາກຸລະ” ຫຼື ອາເລັກແຊນດຼ້າ ທິດາວັນ ເດີນສາຍໂຊຄວາມສາມາດໃນລາຍການດັງຂອງປະເທດເພື່ອນບ້ານ!!!

ແບ່ງປັນ

ຂວັນໃຈຂອງທຸກຄົນ “ໜ້າກາກຊາກຸລະ” ຫຼື ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ນັກຮ້ອງສາວຊື່ດັງຫຼາກຫຼາຍຄວາມສາມາດຈາກລາວເຮົາ ຫຼັງຈາກໄດ້ໄປອອກລາຍການ The mask single3 ເພື່ອໂຊຄວາມສາມາດ ນິດໃສ ໃນຫຼາຍໆດ້ານທີ່ຫຼາຍໆຄົນຍັງບໍ່ຮູ້ພາຍໃຕ້ໜ້າກາກ, ໃນລາຍການ ໜ້າກາກຊາກຸລະ ກໍຮ້ອງທັງໝົດ 2 ເພງຄື “Dangerous woman” ແລະ “ຄິດຮອດ” ແຕ່ກໍເສຍດາຍທີ່ເສຍໃຫ້ “ໜ້າກາກແອັບເປີ້ນ” ແລະ ໄດ້ຖອດໜ້າກາກໃນທີ່ສຸດ, ຫຼ້າສຸດຫຼັງຈາກທີ່ຖອດໜ້າກາກແລ້ວ ອາເລັກແຊນດຼ້າ ຈາກທີ່ເຄີຍດັງຢູ່ແລ້ວ ກໍຍິ່ງດັງເຂົ້າໄປອີກເພາະມີແຟນຄລັບໃຫ້ຄວາມສົນໃຈ ແລະຕິດຕາມກັນຢ່າງຫຼວງຫຼາຍ ທັງຍັງຊົມເຊີຍໃນຄວາມສາມາດສະເພາະຕົວຂອງນາງ ແລະ ໃນໄວໆນີ້ ອາເລັກແຊນດ້າ ກຳລັງຈະມີຜົນງານຜ່ານລາຍການ “ໄມທອງຄຳ” ໂດຍນາງໄດ້ໄປໂຊໂຕທັງຮ້ອງເພງ ແລະ ຫຼິ້ນໄວໂອລີນ ແຖມຍັງໃສ່ຊຸດໄໝລາວງາມໆໄປອີກດ້ວຍ ແຕ່ລາຍການຍັງບໍ່ໄດ້ອອນແອ, ດັ່ງນັ້ນ Kuanjai ເຮົາກໍບໍ່ພາດທີ່ຈະເອົາຮູບຂອງ ຊຸບເປີສະຕາ ສາວຄົນນີ້ມາຝາກເປັນນໍ້າຈິ້ມໄປກ່ອນ ສ່ວນວ່າລາຍການອອກອາກາດມື້ໃດນັ້ນ ສັນຍາເລີຍວ່າຈະເອົາມາຝາກແຟນໆແນ່ນອນ!!!

#ໃຜເປັນແຟນຄລັບໜ້າກາກຊາກຸລະຢ່າລືມແຊຣໄປເປັນກຳລັງໃຈນາງແດ່

ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ , The Mask Singer

ແບ່ງປັນ