ມື້ນີ້ ມາເອົາໃຈສາວໆທີ່ບໍ່ມັກແຕ່ງໜ້າ ກັບຂໍ້ດີຂອງການບໍ່ແຕ່ງໜ້າວ່າມັນມີດີຫຍັງແດ່? ຮູູ້ວ່າ! ການແຕ່ງໜ້າເຮັດໃຫ້ສາວໆງາມຂຶ້ນຕຶ່ມຫຼາຍ ດັ່ງຄໍາເວົ້າທີ່ເຮົາເຄີິຍໄດ້ຍິນກັນມາຕັ້ງແຕ່ຕອນຮຽນມັດທະຍົມວ່າ “ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ” ກໍຄືເວົ້ານັ້ນແຫຼະ! ເຖິງຈະແຕ່ງແລ້ວງາມແນວໃດ ແຕ່ສໍາລັບສາວໆບາງຄົນແລ້ວກໍບໍ່ຄ່ອຍມັກແຕ່ງໜ້າປານໃດ ໂດຍສະເພາະສາວໆທີ່ເປັນຄົນຫ້າວໆແດ່ກໍບໍ່ໄດ້ສົນໃຈເລື່ອງນີ້ຢູ່ແລ້ວ? ເຮົາມາເບິ່ງນໍາກັນວ່າ ການບໍ່ແຕ່ງໜ້າວ່າມີດີຫຍັງແດ່???
- ປະຢັດເງິນ
ຂໍ້ດີຂອງຄົນບໍ່ແຕ່ງໜ້າທໍາອິດເລີຍຄື: ປະຢັດເງິນ ອັນນີ້ກໍແນ່ນອນຢູ່ແລ້ວເພາະສໍາລັບຄົນທີ່ແຕ່ງໜ້າ ເຈົ້າຕ້ອງໄດ້ເສຍເງິນໃຫ້ກັບ Brand ເຄື່ອງສໍາອາງຕ່າງໆທີ່ໃຊ້ແລ້ວດີ ໃສຈະຍັງຕ້ອງແລ່ນນໍາເຄື່ອງສໍາອາງລຸ້ນໃໝ່ໆອອກມາອີກ ໂອ່ຍ ແລ່ນນໍາຈົນບໍ່ທັນ ແຕ່ສໍາລັບຄົນທີ່ບໍ່ແຕ່ງໜ້າແລ້ວ ສະບາຍໂລດແຫຼະ ບໍ່ໄດ້ສົນໃຈນໍາເຄື່ອງສໍາອາງເລີຍດີບໍ່?
- ຫຼຸດເວລາກຽມຕົວກ່ອນອອກຈາກເຮືອນ
ສາວໆຄົນໃດທີ່ມັກແຕ່ງໜ້າມັກຈະຕ້ອງໃຊ້ເວລາກຽມຕົວກ່ອນອອກຈາກເຮືອນເປັນພິເສດແດ່! ເຊິ່ງອາດຈະຕ້ອງໄດ້ຕື່ນເຊົ້າກວ່າປົກກະຕິເພື່ອເວລາແຕ່ງໜ້າ! ແຕ່ຖ້າເຈົ້າບໍ່ແຕ່ງໜ້າແນ່ນອນວ່າເວລາຂອງເຈົ້າກໍເຫຼືອເຟຶອ ສາມາດຕື່ນສວາຍໆໄດ້! ປະເພດແບບຕື່ນມາລ້າງໜ້າ, ອາບນໍ້າ, ນຸ່ງເຄື່ອງໄປວຽກໄດ້ເລີຍ!!
- ຜິວໄດ້ຫາຍໃຈ
ການແຕ່ງໜ້າເປັນສິ່ງທີ່ດີເພາະສາມາດອໍາພາງຂໍ້ບົກຜ່ອງຕ່າງໆເທິງໃບໜ້າເຮົາໄດ້ ແຕ່ຖ້າເບິ່ງໃນອີກມຸມໜຶ່ງມັນກັບເຮັດໃຫ້ຜິວຂອງເຮົາບໍ່ສາມາດຖ່າຍເທອາກາດໄດ້ເລີຍ ໂດຍສະເພາະການໂບກຮອງພື້ນໜາໆຕາມດ້ວຍແປ້ງຕ່າງໆ ເຊິ່ງຫາກສາວໆລ້າງເຄື່ອງສໍາອາງອອກບໍ່ໝົດ ບັນຫາພວກສິວອຸດຕັນກໍຈະມາເຢືອນຢ່າງແນ່ນອນ. ແຕ່ຖ້າຫາກສາວໆບໍ່ມັກແຕ່ງໜ້າ ຜິວຂອງເຮົາກໍສາມາດຫາຍໃຈໄດ້ຢ່າງສະດວກຂຶ້ນ ແລະ ຫຼຸດໂອກາດທີ່ສານເຄມີຈະຕົກຄ້າງເທິງໃບໜ້າອີກ.
- ບໍ່ຕ້ອງກັງວົນວ່າໜ້າຈະເປື້ອນເມື່ອໄຫ້
ສາວໆທີ່ມັກແຕ່ງໜ້າຈະເຂົ້າໃຈດີວ່າ ການຮ້ອງໄຫ້ໃນຂະນະແຕ່ງໜ້າແບບຈັດເຕັມນັ້ນຈະເຮັດໃຫ້ເຄື່ອງສໍາອາງໄຫຼຍ້ອຍ ເຮັດໃຫ້ໃບໜ້າໂຊມ ແລະ ເບິ່ງພັງຫຼາຍຂຶ້ນ ໂດຍສະເພາະຖ້າເຈົ້າບໍ່ໃຊ້ອາຍລາຍເນີ ຫຼືມາສຄາຣ່າທີ່ກັນນໍ້າ ແຕ່ຖ້າເຈົ້າບໍ່ແຕ່ງໜ້າ ເຈົ້າຈະບໍ່ກັງວົນເລື່ອງບັນຫາດັ່ງກ່າວເລີຍ.
- ບໍ່ຕ້ອງຄອຍສໍາຫຼວດໃບໜ້າ
ຖ້າເຈົ້າແຕ່ງໜ້າແບບຈັດເຕັມ ແນ່ນອນວ່າເຈົ້າຈະຕ້ອງໄດ້ໝັ່ນສໍາຫຼວດໃບໜ້າຢູ່ຕະຫຼອດວ່າເຄື່ອງສໍາອາງຍັງຄົງຕິດໃບໜ້າຢູ່ບໍ່? ຖ້າມື້ໃດອາກາດຮ້ອນເປັນພິເສດ ໂອກາດທີ່ເຄື່ອງສໍາອາງຈະເປື້ອນ ຫຼືຫາຍໄປກໍມີຫຼາຍ. ແຕ່ຖ້າສາວໆເຜີຍນ້າສົດຈະບໍ່ຕ້ອງເສຍເວລາໄປເບິ່ງແວ່ນຕະຫຼອດວ່າເຄື່ອງສໍາອາງຍັງຕິດຢູ່ ຫຼືບໍ່?

- ບໍ່ເສຍເວລາລ້າງເຄື່ອງສໍາອາງ
ໜຶ່ງກິດຈະວັດຂອງສາວໆທີ່ມັກແຕ່ງໜ້າກໍຄື ການລ້າງເຄື່ອງສໍາອາງນັ້ນເອງ ເຊິ່ງຈະຕ້ອງໃຊ້ເວລາດົນຫຼາຍເພື່ອໃບໜ້າຈະສະອາດ ຖ້າລ້າງບໍ່ສະອສດບັນຫາຜິວຕ່າງໆກໍຈະຕາມມາ ສ່ວນບັນດາສາວໆທີ່ບໍ່ໄດ້ແຕ່ງໜ້າ ສະບາຍສຸດໆ ບາງເທື່ອລ້າງແຕ່ນໍ້າລ້າໆກໍຍັງໄດ້ ຫຼືຖ້າຈະໃສ່ໂຟມ, ສະບູກໍໃຊ້ເວລາບໍ່ດົນເລີຍ.
- ໃກ້ຊິດກັບໃຜກໍຢ້ານເຄື່ອງສໍາອາງຕິດເສື້ອເຂົາ
ໃຜທີ່ເຄີຍມີໂມເມັ້ນຢູ່ໃກ້ໆແຟນແລ້ວມັກຊົບບ່າ ຫຼືຕ້ອງໃກ້ຊິດກັບຄົນອື່ນເຖິງຂັ້ນເອົາໃບໜ້າໄປຖູຖືກກັບເສື້ອຂອງເຂົານັ້ນ ບັນຫາທີ່ເກີດຂຶ້ນຄື ການຖິ້ມຮ່ອງຮອຍເຄື່ອງສໍາອາງໄວ້ເທິງເສື້ອຜ້າເຂົານັ້ນເອງ ແຕ່ຖ້າເຈົ້າບໍ່ແຕ່ງໜ້າ ເຈົ້າກໍບັນຫາພວກນີ້ໄປໄດ້ເລີຍ ຈະເຮັດກໍຕາມໃຈເລີຍຈ່າ!!
By: beautyGuru