ອັບເດດເພງແນວ Inter ກັນແດ່ ມື້ນີ້ ຊະນີIndy ເອົາໃຈແຟນໆທີ່ມັກຟັງບົດເພງຮັກ ແນວເພງຊຶ້ງໆ ນໍ້າຕາແຕກໄຫຼເປັນສາຍທາງ…(555) ເປັນບົດເພງຂອງໜຸ່ມຕານໍ້າເຂົ້າ ແຫ່ງເມືອງຜຸ້ດີ ປະເທດ ອັງກິດ Sam Smith ນັກຮ້ອງສຽງດີ ເຈົ້າຂອງບົດເພງຮັກ ບົດເພງຊຶ້ງຫຼາຍບົດເພງເຊັ່ນ: Stay With Me, Lay Me Down, I’m not the only one ແລະ ຫຼ້າສຸດ Sam Smith ກໍໄດ້ປ່ອຍບົດເພງໃໝ່ “Too Good At Goodbyes” ເປັບບົດເພງທີ່ມີຄວາມໝາຍເຖິງການບອກລາ ແຕ່ໃນການບອກລານັ້ນມັນຍິ່ງເຮັດໃຫ້ຄົນທີ່ຖືກບອກລາມີຄວາມເຂັ້ມແຂງ ບໍ່ໄດ້ຫວັ່ນ ຫຼື ອ່ອນແອຕໍ່ຄຳທີ່ຄົນເຄີຍຮັກທີ່ຕ້ອງການຈະລາຈາກເຮົາເລີຍ…ເດະໆ ຊະນີIndy ເກິ່ນຄຣາວໆແບບນີ້ຮູ້ສຶກອິນ ຮູ້ສຶກຢາກຟັງກັນແດ່ບໍ່? ບໍ່ຊ້າເດີ້ລອງມາຟັງກັນເບິ່ງ ມ່ວນບໍ່ມ່ວນແນວໃດຄອມເມັ້ນບອກກັນແດ່.
