ມາອີກແລ້ວກັບອີກໜຶ່ງເວທີວົງການຂາອ່ອນ ກັບການປະກວດນາງສາວງາມເວທີລະດັບອິນເຕີຢ່າງ Miss International 2017 ຈັດຂຶ້ນທີ່ ເມືອງ ໂຕກຽວ ປະເທດ ຍີ່ປຸ່ນ ແລະ ໃນປີນີ້ປະເທດລາວຂອງເຮົາກໍມີສ່ວນເຂົ້າຮ່ວມໂດຍການສົ່ງຕົວແທນສາວງາມຄື ພູນຊັບ ພົນໂຍທາ (ມີ່ມີ່) Miss International Laos ອາຍຸ 19 ປີ ສາວໜ້າຫວານຜູ້ມີຄວາມໝັ້ນໃຈ ແລະ ຄວາມພຽບພ້ອມລ້ານເປີເຊັນ.
ມີ່ມີ່ ພູນຊັບ Miss International Laos ໄດ້ເດີນທາງໄປຮ່ວມໃນການປະກວດMiss International 2017 ຕັ້ງແຕ່ວັນທີ 25 ຕຸລາ 2017 ທີ່ຜ່ານມາ ແລະ ໃນເວລານີ້ກຳລັງເຮັດໜ້າທີ່ເກັບໂຕຮ່ວມກັບບັນດາສາວງາມຈາກຫຼາຍປະເທດທົ່ວໂລກ ແລະ ມື້ Final Show ຫຼືມື້ປະກວດແທ້ແມ່ນ ວັນທີ 14 ພະຈິກ 2017ນີ້, ດັ່ງນັ້ນ ຈື່ງຂໍກຳລັງໃຈຈາກຄົນລາວທຸກໆຄົນມາຮ່ວມສົ່ງກຳລັງໃຈ ແລະ ກຽມລຸ້ນກຽມເຊຍ ກຽມໂຫວດ ໃຫ້ກັບນາງງາມຕົວແທນຈາກປະເທດລາວຂອງເຮົາໃນການປະກວດ Miss International 2017 ແດ່ເດີ້.
#ແຊຣໄປໃຫ້ໂລກຮູ້ #ຮັກລາວເຊຍລາວ ??
??
??
ຮູບພາບ: Phounsap Phonnyotha , Firstmodelinglao