HUAWEI ມ່ວນຊື່ນບຸນອອກພັນສາ ຈັດໂປຣໂມຊັ້ນພິເສດ ຫຼຸດແລກແຈກແຖມກະໜ່ຳ!
ຫົວເຫວີຍຂົນຄວາມສຸກໄປເສີບໃຫ້ແກ່ມວນຊົນທີ່ບຸນອອກພັນສາປະວໍລະນາ ຫຼືບຸນຊ່ວງເຮືອປະຈຳປີ 2016 ໃນລະຫວ່າງວັນທີ 14-18 ຕຸລາ ທີ່ທ່າວັດຈັນ, ນະຄອນຫຼວງວຽງຈັນ ໂດຍມີການຈັດກິດຈະກໍາຮ່ວມມ່ວນຊື່ນ ແຈກລາງວັນ ແລະ ມອບໂປຣໂມຊັ້ນສຸດພິເສດໃຫ້ກັບລູກຄ້າທີ່ຊື້ສະມາດໂຟນຂອງຫົວເຫວີຍທຸກຮຸ່ນ.
ພາຍໃນບູດຂອງຫົວເຫວີຍ ນອກຈາກຈະມີການຍົກຂະບວນສະມາດໂຟນ ຫຼາຍຮຸ່ນທີ່ມີຄຸນນະພາບມານຳສະເໜີ ແລະ ໃຫ້ລູກຄ້າທົດລອງສຳຜັດແລ້ວ ທີມງານກໍໄດ້ມີການຈັດກິດຈະກຳເພື່ອຮ່ວມມ່ວນຊື່ນກັບພໍ່ແມ່ພີ່ນ້ອງຊາວນະຄອນຫຼວງວຽງຈັນ ກໍຄືຊາວຕ່າງແຂວງທີ່ມາທ່ຽວບຸນຄັ້ງນີ້ ບໍ່ວ່າຈະເປັນ ການຫຼິ້ນເກມລຸ້ນຮັບລາງວັນສຸດພິເສດ, ການແຈກຂອງທີ່ລະນຶກຢ່າງຫຼວງຫຼາຍ ເຊິ່ງກໍໄດ້ຮັບຄວາມສົນໃຈ ແລະ ກະແສຕອບຮັບຈາກມວນຊົນຢ່າງລົ້ນເຫຼືອ ເຮັດໃຫ້ຍອດຂາຍໂທລະສັບມືຖືພາຍໃຕ້ແບຣນຫົວເຫວີຍທະລຸເປົ້າເກີນຄາດໝາຍ.
ຫົວເຫວີຍມີຄວາມຍິນດີເປັນຢ່າງຍິ່ງທີ່ຮ່ວມເປັນສ່ວນໜຶ່ງໃນເທດສະການ ແຫ່ງຄວາມສຸກ ແລະ ໄດ້ສົ່ງມອບຮອຍຍິ້ມໃຫ້ກັບປະຊາຊົນ. ຂອບໃຈລູກຄ້າ ທຸກທ່ານທີ່ໄວ້ວາງໃຈໃນຜະລິດຕະພັນຂອງຫົວເຫວີຍທຸກຮຸ່ນ ແລະ ກິດຈະກຳ ແຫ່ງຄວາມສຸກຂອງພວກເຮົາຍັງບໍ່ໝົດພຽງເທົ່ານີ້ທ່ານຍັງສາມາດສຳຜັດໂປຣໂມຊັ້ນພິເສດໄດ້ທີ່ຕົວແທນຈຳໜ່າຍຫົວເຫວີຍທຸກສາຂາໃນທົ່ວປະເທດ.