Breaking News

ຄາຣສເບີກ ຈັດແຂ່ງຂັນຟຸດຊໍ ຊິງແຊມ 2016

ແບ່ງປັນ

ກຽມຈັດການແຂ່ງຂັນກິລາເຕະບານ “ຟຸດຊໍ” ໃນຫົວຂໍ້ ” ຊິງແຊມເຕະບານ “ຄາຣສເບີກ” ( Carlsberg Cup 2016 ) ຊິງຂັນລາງວັນຊະນະເລີດ 1 ໜ່ວຍ ພ້ອມເງິນສົດ 20 ລ້ານກີບ.

ພິທິຖະແຫລງຂ່າວໄດ້ຈັດຂຶ້ນໃນຕອນແລງວັນທີ 19 ຕຸລາ 2016 ທີ່ເດີນເຕະບານເທບປັນຍາ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ອາລິຍະ ປັນຍາຜົນ ຜູ້ຈັດການຜະລິດຕະພັນ “ຄາຣສເບີກ” ບໍລິສັດເບຍລາວຈໍາກັດ, ທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນກິລາເຕະບານນະຄອນຫລວງວຽງຈັນ, ທ່ານ ໄຊຊະນະ ພັນທະວົງ ເລຂາສະຫະພັນເຕະບານນະຄອນຫລວງວຽງຈັນ, ມີບັນດານັກກິລາທີ່ລົງແຂ່ງຂັນເຂົ້າຮ່ວມ.

ການແຂ່ງຂັນໃນຄັ້ງນີ້ກໍເພື່ອໃຫ້ນັກກິລາເຕະບານໃນບ້ານເຮົາໃນລະດັບອາຍຸ 20-35 ປີ ໄດ້ມີໂອກາດສະແດງຄວາມສາມາດ, ຄວາມສາມັກຄີກັນເປັນທີມ, ມີນ້ຳໃຈໃນເກມກິລາ ແລະ ເຝິກຝົນໃຫ້ເປັນນັກເຕະບານທີ່ມີທັກສະພັດທະນາໃຫ້ທຽບເທົ່າສາກົນ.

ທີມທີ່ສະໝັກເຂົ້າແຂ່ງຂັນທັງໝົດມີ 32 ທີມ ຈະເລີ່ມແຂ່ງຂັນວັນທີ 22, 29 ຕຸລາ ແລະ 5 ພະຈິກ 2016. ສ່ວນຮອບຊິງຊະນະເລີດຈະຈັດການແຂ່ງຂັນໃນວັນທີ 19 ພະຈິກ 2016 ທີ່ເດີນເຕະບານເທບປັນຍາ

 

ແບ່ງປັນ