ໃກ້ເຂົ້າມາແລ້ວກັບການປະກວດ Miss Universe 2017 (ນາງງາມຈັກກະວານ) ເຊິ່ງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍກຳລັງກະກຽມຄວາມພ້ອມຢ່າງເຕັມທີ່ ເພື່ອຈະໄປເປັນສາວງາມຕົວແທນຈາກປະເທດລາວປີທຳອິດໃນການປະກວດ Miss Universe 2017 ແລະ ຈະເດີນທາງໃນວັນທີ 11 ພະຈິກ 2017 ນີ້ແລ້ວ ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas ທີ່ (USA) ແລະ ມື້ປະກວດແທ້ແມ່ນວັນທີ 26 ພະຈິກ 2017. (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້)
#ແຊຣໄປໃຫ້ໂລກຮູ້
??![]()
ມາຮູ້ຈັກປະຫວັດ! ນຸ້ຍ ສຸພາພອນ ນາງງາມຕົວແທນປະເທດລາວທີ່ຈະເດີນທາງໄປປະກວດ Miss Universe 2017

ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ອາຍຸ 20 ປີ ລວງສູງ 1,78 ຊັງຕີແມັດ ຜົນງານໃນໄລຍະທີ່ຜ່ານມາແມ່ນມາຈາກການປະກວດ ນາງສາວນະຄອນຫຼວງປີ 2016 ໄດ້ຕຳແໜ່ງ ຮອງນາງສາວນະຄອນຫຼວງ ຫຼື ເອີ້ນວ່າ ຮອງອັນດັບໜຶ່ງ, ຕໍ່ມາມີວຽກດ້ານການຖ່າຍແບບ-ເດີນແບບຕາມວາລະສານ (ວາລະສານ ຂວັນໃຈ ກໍເຄີຍຂື້ນປົກມາແລ້ວ) ແລະ ຕາມງານເດີນແບບຕ່າງໆ, ນອກຈາກນັ້ນ ນຸ້ຍ ສຸພາພອນ ຍັງມີຜົນງານຖ່າຍແບບທີ່ໂດດເດັ່ນໃນປະເທດໄທ ແລະ ຜົນງານເດີນແບບຫຼາຍງານທີ່ເດັ່ນໃນປະເທດລາວ ຈຶ່ງເຮັດໃຫ້ນ້ອງ ນຸ້ຍ ສຸພາພອນ ໄດ້ມີລາຍຊື່ຮັບລາງວັນ ບຸກຄົນສຳຄັນແຫ່ງປີ 2017 (World Top Award 2017) ທີ່ປະເທດໄທຈົນເຮັດໃຫ້ມີກະແສດັງໄປທົ່ວໂລກອອນລາຍໃນຊ່ວງຕົ້ນປີ 2017ທີ່ຜ່ານມາ, ຫຼ້າສຸດມີສະແດງເອັມວີເພງ “ກັບໄປສາ” ຂອງວົງ ແບັກອາຍ ເຊິ່ງເປັນເພງທີ່ກຳລັງເປັນກະແສ ແລະ ປັດຈຸບັນ ນຸ້ຍ ສຸພາພອນ ເປັນສາວງາມ Miss Universe Laos 2017 ແລະ ກຳລັງຈະເດີນທາງໄປເປັນຕົວແທນປະເທດລາວ ແລະ ຖືໄດ້ວ່າເປັນສາວລາວຄົນທຳອິດທີ່ໄດ້ໄປປະກວດໃນເວທີນາງງາມຈັກກະວານ (Miss Universe 2017).
ນຸ້ຍ ສຸພາພອນ ທັງງາມ ແລະ ມີຈຸດເດ່ນເປັນຄົນທີ່ມີຄວາມໝັ້ນໃຈໃນຕົນເອງສູງ ແລະ ນຸ້ຍເປັນຄົນທີ່ມີພອນສະຫວັນດ້ານເດີນແບບ ຈະມັກໃນດ້ານນີ້ເປັນຊີວິດຈິດໃຈ ແລະ ອີກຢ່າງໜຶ່ງແມ່ນມັກການຫຼິ້ນກິລາທີ່ສຸດ ສ່ວນຫຼາຍກິລາທີ່ນຸ້ຍຫຼິ້ນແມ່ນປະເພດກິລາ ເທຄວັນໂດ ເພາະສາວງາມຄົນນີ້ມີໂອກາດໄດ້ຮຽນກິລານີ້ມາແຕ່ນ້ອຍໆ.












ຮູບພາບ: Nui Soupphaphone Somvichit
Kuanjai Magazine
