7 ນິໄສເລື່ອງຄວາມງາມ ທີ່ຫ້າມເຮັດເດັດຂາດ!!!
- ໃຊ້ຄວາມຮ້ອນກັບເສັ້ນຜົມຕອນເສັ້ນຜົມປຽກ.
ບາງທ່ານຢາກຫຼຸດເວລາທີ່ຈະເຮັດໃຫ້ເສັ້ນຜົມແຫ້ງໄວຂຶ້ນໂດຍການໃຊ້ເຄື່ອງລີດຜົມ, ໄດລີດຜົມເພື່ອຫວັງວ່າຄວາມຮ້ອນຈະຊ່ວຍໃຫ້ເສັ້ນຜົມແຫ້ງໄດ້ໄວຂຶ້ນ ແລະ ຈັດຊົງໄປໃນຕົວ ແຕ່ທ່ານຮູ້ບໍ່ວ່າເສັ້ນຜົມຂອງເຮົານັ້ນອ່ອນແອທີ່ສຸດໃນເວລາທີ່ມັນກໍາລັງປຽກ ແລະ ຖ້ານໍາເອົາຄວາມຮ້ອນໄປກະທົບໃສ່ກັບໂມເລກຸນຂອງນໍ້າຈະເຮັດໃຫ້ນໍ້າຮ້ອນຂຶ້ນລະເຫີຍອອກໄປ ແລະ ນໍາພາຄວາມຊຸ່ມຊື່ນອອກຈາກເສັ້ນຜົມໄປນໍາເສັ້ນຜົມຈຶ່ງແຫ້ງເສຍແຕກປາຍງ່າຍຂຶ້ນ.
- ແຖຂົນເທິງໃບໜ້າ.
ໃຜທີ່ຄິດຈະແຖຂົນໜ້າຕົນເອງດ້ວຍການໃຊ້ມີດແຖນັ້ນໃຫ້ຢຸດຄິດໄດ້ເລີຍ ແມ່ນຢູ່ວ່າການໃຊ້ມີດແຖຂົນນັ້ນມັນອາດຈະໄວ ແລະ ສະດວກສະບາຍແຕ່ໃຫ້ຍົກເວັ້ນການແຖຂົນໃບໜ້າການແຖຂົນເທິງໃບໜ້າຈະເຮັດໃຫ້ຂົນທີ່ຂຶ້ນມາໃໝ່ກາຍເປັນສ້ຽນນ້ອຍໆ ແລະ ສ່ຽງຕໍ່ການເປັນບາດແຜເພາະຖືກມີດແຖບາດ.
- ບີບສິວ.
ຖ້າທ່ານໃດຄິດທີ່ຈະກໍາຈັດສິວດ້ວຍການບີບມັນອອກມາ ທ່ານຮູ້ບໍວ່າຈະເຮັດໃຫ້ເກີດຮອຍດຳ ແລະ ຮອຍແຜເປັນທີ່ປິ່ນປົວໄດ້ຍາກກວ່າເກົ່າ.
- ບໍ່ເຮັດຄວາມສະອາດອຸປະກອນແຕ່ງໜ້າ.
ທ່ານຮູ້ບໍວ່າຖ້າຫາກທ່ານບໍ່ເຮັດຄວາມສະອາດອຸປະກອນແຕ່ງໜ້າເລີຍນັ້ນມັນຈະກາຍເປັນແຫຼ່ງຕົກຄ້າງຂອງເຄື່ອງສໍາອາງເມື່ອປະສົມກັບຄວາມມັນ ແລະ ເຊວຜິວໜັງທີ່ຕາຍແລ້ວຈາກຜິວໜ້າຈະຖືກສະສົມຢູ່ເທິງອຸປະກອນແຕ່ງໜ້າມັນອາດຈະກາຍເປັນແຫຼ່ງສະສົມຂອງເຊື້ອພະຍາດ ແລະ ອາດເປັນສາເຫດໜຶ່ງທີ່ເຮັດໃຫ້ສິວເກີດຂຶ້ນໄດ້.
- ນອນທັງທີ່ຍັງແຕ່ງໜ້າ.
ບາງຄົນຫຼັງຈາກໄປທ່ຽວກັບມາກໍເຂົ້ານອນເລີຍໂດຍທີ່ບໍ່ໄດ້ລ້າງເຄື່ອງສໍາອາງອອກ ເພາະອາດຈະຄິດວ່າການໄດ້ພັກຜ່ອນໃຫ້ພຽງພໍນອນຫຼັບໃຫ້ເຕັມອີ່ມພຽງເທົ່ານີ້ກໍຈະເຮັດໃຫ້ຜິວໜ້າສົດໃສໜ້າຕາສົດຊື່ນໄດ້ແລ້ວ ແຕ່ທ່ານຮູ້ບໍ່ວ່າການລ້າງເຄື່ອງສໍາອາງນີ້ກໍເປັນເລື່ອງທີ່ສໍາຄັນເຖິງແມ່ນວ່າທ່ານຈະໄດ້ພັກຜ່ອນໄດ້ນອນເຕັມອີ່ມປານໃດ ແຕ່ຖ້ານອນຫຼັບທັງທີ່ມີເຄື່ອງສໍາອາງຢູ່ນັ້ນມັນມີໂອກາດທີ່ຈະເຮັດໃຫ້ຜິວໜ້າໝອງຄໍ້າ ແລະ ສິວກໍອາດຈະເກີດຂຶ້ນມາອີກດ້ວຍ.
- ແຕ່ງໜ້າທັບລົງໃບໜ້າທີ່ມີ Make-up ຢູ່ແລ້ວ.
ການແຕ່ງໜ້າທັບລົງໃບໜ້າທີ່ມີ Make-up ຢູ່ແລ້ວນັ້ນໃຊ້ໄດ້ຖ້າເປັນການແຕ່ງແບບເພີ່ມເລັກໆນ້ອຍໆເຊັ່ນ: ການເພີ່ມສີໜ້າ, ເພີ່ມຄິ້ວ, ເພີ່ມສີປາກ, ເພີ່ມສີຂອບຕາ ແຕ່ຖ້າເປັນການແຕ່ງແບບທາຄຣີມຮອງພື້ນ, ທາແປ້ງເພີ່ມນັ້ນຈະເຮັດໃຫ້ຜິວໜ້າຂອງທ່ານນັ້ນໝອງຄໍ້າ ແລະ ຍັງເຮັດສິວເກີດຂຶ້ນໄດ້ອີກດ້ວຍ.
- ບໍ່ໃຊ້ຄີມກັນແດດ.
ຖ້າຫາກສາວໆມັກຄິດວ່າການລືມທາຄີມກັນແດດມື້ໜຶ່ງນັ້ນມັນກໍຄືຊິບໍ່ເປັນຫຍັງ ສາວໆທ່ານໃດທີ່ຄິດແບບນີ້ຕ້ອງເສຍໃຈເພາະມັນຈະເຮັດໃຫ້ຜິວໜ້າໝອງຄໍ້າ ແລະ ເຖົ້າກ່ອນອາຍຸ ເພາະຖືກທໍາຮ້າຍຈາກແສງແດດ.