ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໄດ້ເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ ນາງງາມຈັກກະວານ (Miss Universe 2017) ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas (USA) ຕັ້ງແຕ່ວັນທີ 11 ພະຈິກ 2017 ປັດຈຸບັນແມ່ນເຖິງທີ່ໝາຍແລ້ວ ດ້ວຍຄວາມປອດໄພ ແລະ ຍັງມີຄວາມພ້ອມເລີ່ມເຮັດກິດຈະກຳກັບກອງປະກວດ ນາງງາມຈັກກະວານ ເປັນທີ່ຮຽບຮ້ອຍ.
ນອກຈາກນັ້ນ ນຸ້ຍ ສຸພາພອນ Miss Universe Laos ຍັງໄດ້ມີການໂພສຮູບພາບກັບບັນດາສາວງາມຈາກຫຼາກຫຼາຍປະເທດທີ່ເຂົ້າປະກວດດ້ວຍສີໜ້າທີ່ຍິ້ມແຍ້ມແຈ່ມໃສ (ສູ້ສູ້…ເດີ້ Miss Universe Laos)
#ແຊຣໄປໃຫ້ໂລກຮູ້ ??
(ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້)
ຮູບພາບ: Nui Soupphaphone Somvichit , Miss Universe Laos ມີສຢູນີເວີຣສ ລາວ