ຕື່ນເຕັ້ນ ຕື່ນຕາ ຕື່ນໃຈ…!!! ເປັນກະແສຮືຮາ ຮ້ອນແຮງ ກັນສຸດໆເມື່ອ ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ທີ່ເດີນທາງໄປເປັນຕົວແທນປະເທດລາວເພື່ອເຂົ້າປະກວດນາງງາມເວທີລະດັບສາກົນ Miss International 2017 ຈັດຂຶ້ນທີ່ ປະເທດ ຍີ່ປຸ່ນ ແລະ ຕັດສິນກັນໃນວັນທີ 14 ພະຈິກ 2017 ທີ່ຜ່ານມາ ແລະ ກໍ່ບໍ່ເຮັດໃຫ້ຄົນລາວທຸກຄົນຜິດຫວັງເລີຍ ເພາະ ມິມີ່ ພູນຊັບ ສາມາດເຂົ້າໄປເຖິງຮອບ 8 ຄົນສຸດທ້າຍໃນການປະກວດ Miss International 2017 ຈົນສ້າງກະແສຄວາມຮືຮາທັງຄົນລາວ ແລະ ຄົນຕ່າງຊາດໄດ້ເປັນຢ່າງດີ ເພາະວ່າໃນປີນີ້ປະເທດລາວຂອງເຮົາເປັນປີທຳອິດທີ່ສົ່ງຕົວແທນນາງງາມໄປປະກວດໃນເວທີລະດັບໂລກ ແລະ ກໍຍັງສາມາດເຂົ້າໄປໄດ້ເຖິງຮອບເລິກ ຖືວ່າເປັນຂ່າວດີຂອງຄົນລາວເຮົາທຸກຄົນກັນເລີຍ (ຊົມເຊີຍເດີ້).
https://www.facebook.com/seua.panyasakssz/videos/1567700253337820/
#ແຊຣໄປໃຫ້ໂລກຮູ້
??
??
??


















ຂໍຂອບໃຈສຳລັບຮູບພາບ
Kuanjai Magazine
