ລູກນໍ້າ ທິດາລັດ ວົງສິຣິ ອະດີດນາງສາວລາວ ໄດ້ອອກມາໂພສໃຫ້ກຳລັງໃຈ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ສາວງາມຕົວແທນປະເທດລາວທີ່ກຳລັງເຮັດໜ້າທີ່ປະກວດໃນເວທີລະດັບໂລກ Miss Universe 2017 ທີ່ USA, ເຊິ່ງໃນວັນທີ 21 ພະຈິກ 2017 ລູກນໍ້າ ທິດາລັດ ກໍໄດ້ອອກມາໂພສຜ່ານເຟສບຸກຂອງນາງເອງວ່າ: “ນ້ຳເຄີຍໄປຮ່ວມງານຢູ່ຫລາຍປະເທດ ຕັ້ງແຕ່ນ້ຳໄດ້ຮັບຕຳແໜ່ງ ໄດ້ເຈິຄົນຈາກຫລາຍໆປະເທດຮ່ວມງານນຳຫລືຢ່າງຜ່ານໆກາມີ ແຕ່ມີຄົນຕ່າງປະເທດບາງຄົນຖາມນ້ຳວ່າ: where are you from ນ້ຳບອກວ່າ: I am from Laos ແລ້ວເຂົາຖາມກັບຄືນມາວ່າ: Where is Laos? ໂອ້ ຄວາມຮູ້ສຶກນ້ຳຕອນນັ້ນ ໂຄດເຈັບປວດເລີຍ ພຽງແຕ່ຄຳຖາມສັ້ນໆທໍ່ນີ້…. ນ້ຳຢາກໃຫ້ຄົນລາວທຸກຄົນຊ່ວຍສົ່ງກຳລັງໃຈໄປໃຫ້ຄົນລາວທີ່ເຂົາເຮັດໜ້າທີ່ໂປໂໝດປະເທດເຮົາ. ທີ່ລາວທັງແບກຮັບພາລະ ຄວາມຮູ້ສຶກ ສິ່ງຕ່າງໆໄວ້ໃນໂຕຜູ້ຍິງນ້ອຍໆຄົນນັ້ນ.. ນ້ຳໃນຖານະຄົນລາວຄົນ 1 ສົ່ງແຮງໃຈໄປໃຫ້, ໃຫ້ຮູ້ວ່ານ້ຳຢູ່ທາງຂ້າງ ແລະ ຄົນລາວທັ້ງປະເທດຢູ່ທາງຂ້າງ ບໍ່ຕ້ອງຫ່ວງວ່າຈະໄດ້ມົງກຸດຫຼືບໍ່ໄດ້, ແຕ່ສິ່ງທີ່ນຸ້ຍໄດ້ເຮັດຄືຄວາມພູມໃຈຂອງຄົນລາວທັ້ງປະເທດ… . ເຮັດໃຫ້ເຂົາຮູ້ວ່າ ຄົນລາວມີດີຊ່ຳໃດ ໂຊໃຫ້ເຂົາເຈົ້າເຫັນໂລດວ່າ ນີ້ແມ່ນຄົນລາວ ແລະ ເຮັດໜ້າທີ່ທີ່ໄດ້ຮັບໃຫ້ເຕັມທີ່ທີ່ສຸດ” ພໍແຕ່ ລູກນໍ້າ ໄດ້ໂພສຮູບພາບ ແລະ ຄຳອະທິບາຍດັ່ງກ່າວ ເຮັດໃຫ້ມີແຟນໆເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ.
https://www.facebook.com/photo.php?fbid=1295302770574196&set=a.109435059160979.11289.100002834576108&type=3
ລູກນໍ້າ ທິດາລັດ ວົງສິຣິ ອະດີດ ນາງສາວລາວ ປັດຈຸບັນເປັນດາລາ-ນັກສະແດງ









ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017













ຂໍຂອບໃຈສຳລັບຮູບພາບ
Kuanjai Magazine
