ທ່ານ ນາຍົກ ຢຽ້ມຢາມ ບໍລິສັດຫົວເຫວີຍ ທີ່ປັກກິ່ງ
ວັນທີ 1 ເດືອນ ຕຸລາ 2016, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໄປຢ້ຽມຢາມ ບໍລິສັດຫົວເຫວີຍ ຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ. ໃນເວລາການຢຽ້ມຢາມທ່ານນາຍົກຍັງໄດ້ໂອ້ລົມກັບ ພະນັກງານຫົວເຫວີຍ ປະຈຳລາວ ໂດຍຜ່ານ ການປະຊຸມວີດີໂອທາງໄກ (Video Conference), ພ້ອມກັນນັ້ນເພີ່ນຍັງໄດ້ພົບປະໂອ້ລົມກັບນັກສຶກສາ “Seeds for the future” ເຊິ່ງແມ່ນການອຸປະຖໍາໂດຍບໍລິສັດຫົວເຫວີຍ ແລະ ປັດຈຸບັນນີ້ແມ່ນກໍາລັງທັດສະນະສຶກສາຢູ່ທີ່ນະຄອນຫຼວງປັກກິ່ງ.
ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງທີ່ບໍລິສັດ ຫົວເຫວີຍ ໄດ້ໃຫ້ການ ສະໜັບສະໜູນ ICT ລາວ ແລະ ໄດ້ຍ້ອງຍໍຊົມເຊີຍຫົວເຫວີຍ ທີ່ໄດ້ໃຫ້ການ ຊ່ວຍເຫຼືອສັງຄົມ ແລະ ການລົງທຶນຢູ່ປະເທດລາວຢ່າງຕໍ່ເນື່ອງ.