ງາມຫຼາຍ! ມາຊ່າ ດາລາດັງຂອງປະເທດເພື່ອນບ້ານ ຕິດໃຈການແຕ່ງກາຍແບບແມ່ຍິງລາວ ຈັດເຕັມ 3 ປີຊ້ອນ!!!
ມາຊ່າ ວັດທະນະພານິດ ນັກຮ້ອງ-ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຫຼ້າສຸດມີໂອກາດເດີນທາງມາຮ່ວມເຮັດບຸນໃສ່ບາດກັບພໍ່ແມ່ພີ່ນ້ອງປະຊາຊົນລາວ ເນື່ອງໃນພິທີຕັກບາດພຣະ 1000 ອົງ ຢູ່ທີ່ເດີ່ນພຣະທາດຫຼວງວຽງຈັນ ໃນວັນທີ 10 ກຸມພາ 2018 ທີ່ຜ່ານມາ ແລະ ທີ່ສຳຄັນເພິ່ນກໍຍັງມີໂອກາດແຕ່ງກາຍແບບແມ່ຍິງລາວ ເຊິ່ງໃນປີນີ້ເພິ່ນມາໃນຊຸດສີເຫຼືອງທອງ…ເບິ່ງແລ້ວງາມຫຼາຍໆ.
ສຳລັບ ມາຊ່າ ວັດທະນະພານິດ ໃນການເດີນທາງມາຮ່ວມເຮັດບຸນໃສ່ບາດທີ່ປະເທດລາວເຮົານີ້ ແມ່ນໄດ້ເດີນທາງມາ ແລະ ແຕ່ງກາຍແບບແມ່ຍິງລາວເຖິງ 3 ປີຊ້ອນ… ທີມງານເຮົາກໍບໍ່ພາດທີ່ຈະນຳເອົາຮູບພາບທີ່ ເອື້ອຍ ມາຊ່າ ເພິ່ນໄດ້ແຕ່ງກາຍແບບລາວໆມາຮ່ວມໃນພິທີໃສ່ບາດເຮັດບຸນມາຝາກແຟນໆ…
#ແຊຣໄປໃຫ້ໂລກຮູ້ເຖິງການແຕ່ງກາຍແບບລາວໆ
ມາຊ່າ ວັດທະນະພານິດ ແຕ່ງກາຍແບບແມ່ຍິງລາວໃນປີ 2016
ມາຊ່າ ວັດທະນະພານິດ ແຕ່ງກາຍແບບແມ່ຍິງລາວໃນປີ 2017
ມາຊ່າ ວັດທະນະພານິດ ແຕ່ງກາຍແບບແມ່ຍິງລາວໃນປີ 2018
ຂໍຂອບໃຈຮູບພາບຈາກ: marshairis
ຂ່າວກ່ອນໜ້ານີ້
(ສາທຸ ສາທຸ) ຄົນບັນເທີງຈາກປະເທດເພື່ອນບ້ານ ຮ່ວມໃສ່ບາດເຮັດບຸນທີ່ພຣະທາດຫຼວງວຽງຈັນ