Breaking News

Bosch ຂະຫຍາຍສາຂາໃໝ່… ໃຫ້ລາວເປັນສູນກາງທີ່ 9 ຂອງປະເທດໃນອາຊີຕາເວັນອອກສຽງໃຕ້….

ແບ່ງປັນ

ພິທີຖະແຫຼງຂ່າວ ຂະຫຍາຍສາຂາໃໝ່ ຂອງບໍລິສັດ Bosch

ໃນຕອນແລງຂອງວັນທີ 12 ມີນາ 2018 ບໍລິສັດ Bosch ໄດ້ຈັດພິທີຖະແຫຼງຂ່າວ ຂະຫຍາຍສາຂາໃໝ່ ດ້ວຍການເປີດສູນກາງທຸລະກິດໃໝ່ ສົ່ງເສີມການຖ່າຍທອດຄວາມຮູ້ ແລະ ການຊ່ວຍພັດທະນາເສດຖະກິດ-ສັງຄົມຂອງຊາດ ຢູ່ທີ່ທະນາຄານ ANZ ກົງກັນຂ້າມກັບຕະຫຼາດເຊົ້າມໍ. ໂດຍການເປັນປະທານຂອງທ່ານ ເຢນສ ລຸກເກນແຮມ ເອກອັກຄະລັດຖະທູດ ເຢຍລະມັນປະຈໍາ ສປປ. ລາວ, ທ່ານ Peter Tyroller ສະມາຊິກສະພາຜູ້ບໍລິຫານ Bosch, ທ່ານ ບຸນສີ ດວງສະຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ Martin Hayes ປະທານບໍລິສັດ Bosch ປະຈໍາພາກພື້ນອາຊີອາເວັນອອກສ່ຽງໃຕ້, ທ່ານ ອົງເຢ ເດິ ຢົງ ຜູ້ບໍລິຫານໃຫຍ່ ບໍລິສັດ Bosch ປະຈໍາມຽນມາ, ລາວ ແລະ ກໍາປູເຈຍ.

ບໍລິສັດ Bosch ໄດ້ມາເປີດຕົວຢ່າງເປັນທາງການຢູ່ ສປປ. ລາວ ຕັ້ງແຕ່ເດືອນ ພຶດສະພາ ປີ 2012 ມີຫ້ອງການຕາງໜ້າປະຈໍາລາວ ໂດຍບໍລິສັດ Robert Bosch ໂດຍລວມມີ: ອຸປະກອນເຄື່ອງມືໄຟຟ້າ, ລະບົບຄວາມປອດໄພ, ເຄື່ອງອາໄຫຼ່ລົດຍົນ. Bosch ເປັນຜູ້ທີ່ສະໜອງທາງດ້ານເຕັກໂນໂລຊີ ແລະ ການບໍລິການຊັ້ນນໍາຂອງໂລກ ຫຼັງຈາກທີ່ມາເປີດຕົວເຂົ້າສູ່ຕະຫຼາດລາວມາເປັນເວລາ 6 ປີ ທາງບໍລິສັດເບິ່ງເຫັນຄວາມສາມາດໃນການເຕີບໂຕຫຼາຍທີ່ສຸດໃນປະເທດ ແລະ ປະສົບຄວາມສໍາເລັດໃນການດຶງດູດລູກຄ້າ ແລະ ທຸລະກິດທ້ອງຖີ່ນ ຈຶ່ງຕັດສິນໃຈເປີດຕົວໃຫ້ລາວ ເປັນສູນກາງທີ່ 9 ຂອງປະເທດໃນອາຊີຕາເວັນອອກສຽງໃຕ້ ຮ່ວມກັບປະເທດ ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ໄທ, ຫວຽດນາມ, ກໍາປູເຈຍ ແລະ ມຽນມ່າ.

ຫ້ອງການໃໝ່ຂອງ Bosch ແມ່ນລວມມີຫ້ອງການ ແລະ ສະຖານທີ່ອົບຮົມ, ຫ້ອງວາງສະແດງ ພ້ອມທັງໜ່ວຍບໍລິການຫຼັງການຂາຍ, ໜ່ວຍຂາຍສໍາລັບຜະລິດຕະພັນ ແລະ ການບໍລິການຕ່າງໆ. ນອກນັ້ນ Bosch ຍັງມີໂຄງການ “ຜູ້ສ້າງອະນາຄົດ” ໂດຍຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດ ໂຄງການນີ້ສ້າງຂຶ້ນເພື່ອກຽມຄວາມພ້ອມນັກວິສະວະກອນທ້ອງຖິ່ນ ແລະ ອາຈານສອນວິຊາຊີບໃນອະນາຄົດ ເພື່ອສ້າງຄວາມແຕກຕ່າງໃຫ້ແກ່ເສດຖະກິດອະນາຄົດຂອງປະເທດ. ບໍລິສັດ Bosch ຮ່ວມກັບນັກຮຽນມະຫາວິທະຍາໄລ ແລະ ອາຈານສອນພາກວິຊາ ໄດ້ປ່ຽນຖັງນໍ້າທີ່ບໍ່ໃຊ້ເປັນສະຖານທີ່ຮຽນຮູ້ທີ່ສ້າງສັນ ແລະ ຍືນຍົງ.

ໃນຕອນທ້າຍ ທ່ານ ອົງເຢ ເດິ ຢົງ ຜູ້ບໍລິຫານໃຫຍ່ ບໍລິສັດ Bosch ປະຈໍາມຽນມາ, ລາວ ແລະ ກໍາປູເຈຍ ໄດ້ກ່າວວ່າ “ທັງໝົດທີ່ພວກເຮົາເຮັດແມ່ນເຮັດດ້ວຍໃຈ, ພວກເຮົາເຊື່ອໃນການພັດທະນາເຕັກໂນໂລຊີ ທີ່ສ້າງຂຶ້ນເພື່ອຊີວິດ ສິ່ງເຫຼົ່ານີ້ແມ່ນສ້າງຄວາມແຕກຕ່າງໃຫ້ກັບຊີວິດໃນທຸກໆວັນ” ແລະ “ຜ່ານການມີສ່ວນຮ່ວມຂອງພວກເຮົາໃນປະເທດ ຈາກການເປີດສູນກາງທຸລະກິດໃໝ່ຂອງພວກເຮົາ ພວກເຮົາຫວັງທີ່ຈະສືບຕໍ່ເຕີບໂຕໄປຄຽງຄູ່ກັບປະເທດ ບໍ່ພຽງແຕ່ທາງດ້ານເສດຖະກິດ ແຕ່ລວມທັງທາງດ້ານສັງຄົມ, ດ້ວຍການສົ່ງເສີມຊີວິດການເປັນຢູ່ທີ່ມີຄຸນນະພາບທີ່ສູງຂຶ້ນ ແລະ ການອົບຮົມນັກວິສະວະກອນທີ່ມີຄວາມສາມາດ”

ແບ່ງປັນ