ໃນວັນທີ 9 ມີນາ 2018 ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມ ລະດົມແນວຄວາມຄິດ ກ່ຽວກັບວຽກງານມໍລະດົກ ວັດທະນະທຳຂອງມວນມະນຸດ (ໂລກ), ໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ແມ່ນຈະໄດ້ພ້ອມກັນຄົ້ນຄວ້າ ແລະ ກອບຄຳຄິດຄຳເຫັນ ໃສ່ບົດຟ້ອນລຳວົງລາວ ທີ່ຈະນຳສະເໜີຂຶ້ນທະບຽນ ກັບອົງການຢູເນັສໂກ (UNESCO) ໃຫ້ເປັນມໍລະດົກໂລກ.
ອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຮຽບຮຽງ ແບບຟອມ ມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸປະເພດສິລະປະການສະແດງ ລຳວົງລາວ ເລກທີ 141/ຖວທ ລົງ ວັນທີ 13/02/2018 ແລະ ໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບ ຮຽບຮຽງບົດສະເໜີ ລຳວົງລາວ ເພື່ອຂຶ້ນທະບຽນ ກັບອົງການຢູເນັສໂກ (UNESCO) ໃນສົກປີ 2019 ໃຫ້ເປັນມໍລະດົກວັດທະນະທຳ ຂອງມວນມະນຸດ, ເຊິ່ງການກຳນົດປະເພດມໍລະດົກ ວັດທະນະທຳ ເພື່ອສະເໜີ ຂຶ້ນທະບຽນດັ່ງກ່າວ, ແມ່ນອີງໃສ່ 2 ເງື່ອນໄຂຫຼັກ ເຊັ່ນ: ການສ່ຽງຕໍ່ການສູນເສຍ, ສູນຫາຍ ແລະ ຜິດພ້ຽນ ຈາກດັ່ງເດີມໄປຕາມການເວລາ.
ພ້ອມນີ້, ກອງປະຊຸມຍັງໄດ້ລະດົມຄວາມຄິດ ກ່ຽວກັບວຽກງານມໍລະດົກວັດທະນະທຳ ເພື່ອສະເໜີຂຶ້ນທະບຽນເປັນມໍລະດົກຂອງມວນມະນຸດ (ໂລກ), ເຊິ່ງມີປະເພດມໍລະດົກວັດທະນະທຳ ຮີດຄອງປະເພນີ ຄື: ປະເພນີບຸນປີໃໝ່ລາວ, ພິທີໃສ່ບາດ, ພິທີບາສີສູ່ຂວັນ ແລະ ບຸນຄຸນເຂົ້າ ຫຼື ບຸນກອງເຂົ້າ.
ທີ່ມາ: ປະເທດລາວ, ຂ່າວ: ສົມຫວັງ, https://www.targetlaos.com/article/28054
ຮູບພາບຈາກ: Google