Breaking News

ເຊັນສັນຍາສະໜັບສະໜູນຫຼັກການແຂ່ງຂັນກິລາເພາະກາຍປະຈຳປີ 2018 (Mr and Miss Fitness lao 2018)

ແບ່ງປັນ

ນະຄອນຫຼວງວຽງຈັນ ວັນທີ 16 ມີນາ 2018 ທີ່ຜ່ານມາ ໄດ້ມີການເຊັນສັນຍາສະໜັບສະໜູນຫຼັກການແຂ່ງຂັນກິລາເພາະກາຍປະຈຳປີ 2018 ເປັນກຽດເປັນປະທານໃນງານໂດຍທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ/ຮອງປະທານເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ສະຖາພອນ ພິຈິດ ປະທານບໍລິສັດ ວຽງຈັນຟິດເນັສ ແລະ ພ້ອມດ້ວຍຄະນະສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ນັກຂ່າວສື່ມວນຊົນ.

ເພື່ອເປັນການສືບຕໍ່ການແຂ່ງຂັນໃຫ້ເປັນປົກກະຕິໃນທຸກໆປີ ເຊິ່ງໃນປີທີ່ຜ່ານມາໄດ້ຈັດປະກວດ Mr lao 2017 ຂຶ້ນທີ່ຫໍວັັດທະນະທໍາ ເຊິ່ງໄດ້ຮັບການສົນໃຈຈາກນັກກິລາ ປະຊາຊົນ ແລະ ສຳນັກຂ່າວຕ່າງໆຢ່າງຫຼວງຫຼາຍ ແລະ ເພື່ອເປັນການສ້າງໃຫ້່ມີນັກກິລາເຂົ້າແຂ່ງຂັນເວທີນາໆຊາດ ຫຼື ປະຊາຊົນທົ່ວປະເທດໃຫ້ຄວາມສົນໃຈອອກກຳລັງກາຍໃສ່ໃຈສຸຂະພາບກວ່ານີ້ ແລະ ການຈະຫຍາຍສູນອອກກຳລັງກາຍໃຫ້ໄປທຸກຂົງເຂດທົ່ວປະເທດ ດັ່ງນັ້ນຈຶ່ງຈຳເປັນຕ້ອງໄດ້ມີການສ້າງຂະບວນການແຂ່ງຂັນຢ່າງຕໍ່ເນື່ອງ ບໍ່ສະເພາະແຕ່ຈັດການແຂ່ງຂັນສະເພາະກາຍປະຈຳປີເທົ່ານັ້ນ ເຊິ່ງໃນອະນາຄົດຈະຂໍອະນຸມັດບັນຈຸເຂົ້າກິລາແຫ່ງຊາດ ແລະ ຮ່ວມແຂ່ງຂັນນາໆຊາດອີກດ້ວຍ

ເຖິງຢ່າງໃດກໍຕາມການແຂ່ງຂັນກໍຈຳເປັນຕ້ອງໄດ້ໃຊ້ງົບປະມານສູງສົມຄວາມຕໍ່ການແຂ່ງຂັນນັ້ນໆ ເຊິ່ງມັນກໍເກີນກຳລັງແຮງຂອງສະຫະພັນກິລາເພາະກາຍຈະສາມາດຈັດເອງໄດ້ໂດຍລຳພັງ ເນື່ອງຈາກງົບປະມານກໍຈຳກັດ ຊຶ່ງທຸກຄົນໃນຄະນະສະຫະພັນໄດ້ທຸ້ມເທທຸກສະຕິປັນຍາ ແລະ ສະຫຼະເວລາສ່ວນຕົວ ໂດຍຫວັງເຮັດໃຫ້ວົງການນີ້ມີການພັດທະນາຢ່າງຕໍ່ເນື່ອງ, ພາຍຫຼັງການຖະແຫຼງຂ່າວວັນທີ 26 ມັງກອນ 2018 ທີ່ຜ່ານມາ ທາງບໍລິສັດ ວຽງຈັນຟິດເນສ ຈຳກັດ ໄດ້ເຫັນຄວາມສຳຄັນຮ່ວມສະໜັບສະໜູນຫຼັກຢ່າງເປັນທາງການແຂ່ງຂັນເພາະກາຍປະຈຳປີ 2018 ລວມມູນຄ່າເປັນເງິນສົດຈຳນວນ 100.000.000 ກີບ ແລະ ການແຂ່ງຂັນຈະໄດ້ຈັດຂຶ້ນໃນວັນທີ 7 ເມສາ 2018 ຢູ່ທີ່ສູນການຄ້າລາວໄອເຕັກ ຊັ້ນ 7.

ການແຂ່ງຂັນປະກອບມີ 6 ປະເພດດ້ວຍກັນຄື:

  1. ປະເພດເພາະກາຍລຸ້ນນໍ້າໜັກບໍ່ກາຍ 65-70 ກລ
  2. ປະເພດເພາະກາຍລຸ້ນນໍ້າໜັກ 71-80 ກລ
  3. ປະເພດເພາະກາຍຄົນຕ່າງປະເທດ (ລາວ-ຈີນ-ໄທ ແລະ ຫວຽດນາມ) ບໍ່ຈຳກັດນໍ້າໜັກ
  4. ປະເພດຊາຍຫຸ່ນງາມຄວາມສູງລະຫວ່າງ 165 ຊຕມ ເຖິງ 170 ຊຕມ-100
  5. ປະເພດຊາຍຫຸ່ນງາມຄວາມສູງລະຫວ່າງ 171 ຊຕມ ເຖິງ 178 ຊຕມ-100
  6. ແມ່ຍິງຫຸ່ນງາມ
ແບ່ງປັນ