- ວັນອາທິດ
ດ້ານວຽກງານຈະມີໂຊກໃນການເຈລະຈາວຽກ ປາກຈະພາລວຍ, ດ້ານການເງິນເງິນທອງໄຫຼມາເທມາເປັນພິເສດ, ດ້ານຄວາມຮັກຍັງຄົງມີເຂົ້າມາເລື້ອຍໆ ຊ່ວງນີ້ຄວາມຮັກດີບໍ່ມີຂາດ.
- ວັນຈັນ
ດ້ານວຽກງານໃນມື້ນີ້ມີເລື່ອງທີ່ຕ້ອງໄດ້ເບິ່ງແຍງແລະເອົາໃຈໃສ່ເປັນພິເສດ, ດ້ານການເງິນຍັງບໍ່ມີໂຊກທາງດ້ານການສ່ຽງດວງ ບໍ່ສ່ຽງຈະດີກວ່າ, ດ້ານຄວາມຮັກຮັກແລະມັກໃຜກໍ່ຈະສົມຫວັງດັ່ງໃຈ.
- ວັນອັງຄານ
ດ້ານວຽກງານຈະໄດ້ເຮັດໂປເຈັກໃໝ່ໆທີ່ບໍ່ໜ້າເບື່ອ, ດ້ານການເງິນຍັງຄົງມີລາຍຈ່າຍເຂົ້າມາເລື້ອຍໆ ແຕ່ລາຍຮັບຍັງຊໍ່າເກົ່າ ຄິດນ້ອຍໃຈວາດສະໜາ, ດ້ານຄວາມຮັກມີເລື່ອງຮັກໆເຂົ້າມາໃຫ້ຫົວໃຈຊຸ່ມຊື່ນຢູ່ເລື້ອຍໆບໍ່ຂາດ.
- ວັນພຸດ
ດ້ານວຽກງານໃນມື້ນີ້ຮູ້ສຶກເມື່ອຍແລະເກີດທໍ້ແທ້ໃຈໃນເລື່ອງວຽກບາງຢ່າງ, ດ້ານການເງິນຊ່ວງນີ້ມີຄວາມຄິດຢາກເປີດທຸລະກິດເປັນຂອງຕົວເອງ, ດ້ານຄວາມຮັກຄວາມຮັກຫວານຊື່ນ ຄົນຮັກເອົາໃຈເປັນພິເສດ.
- ວັນພະຫັດ
ດ້ານວຽກງານຈະຕ້ອງມີເລື່ອງທີ່ຕ້ອງໄດ້ແກ້ໄຂບັນຫາແບບກະທັນຫັນ ຕ້ອງມີສະຕິໃຫ້ດີ, ດ້ານການເງິນຍັງຢູ່ໃນເກນດີ ບໍ່ມີບັນຫາ, ດ້ານຄວາມຮັກຍັງຢູ່ໃນຊ່ວງເບິ່ງໃຈ.
- ວັນສຸກ
ດ້ານວຽກງານຈະພໍໃຈໃນທຸກຢ່າງ ບໍ່ມີບັນຫາຫຍັງໃນຊ່ວງນີ້, ດ້ານການເງິນຢູ່ໃນເກນທີ່ຄົງຕົວ ລາຍຮັບ-ລາຍຈ່າຍຢູ່ໃນເກນທີ່ພໍຮັບໄດ້, ດ້ານຄວາມຮັກຕ້ອງໄດ້ເພິ່ງພາຜູ້ໃຫ່ຍເປັນແມ່ຊື່ໃຫ້.
- ວັນເສົາ
ດ້ານວຽກງານໃນມື້ນີ້ຍັງຄົງຕ້ອງວຸ້ນວາຍກັບວຽກທີ່ຍັງຄ້າງ, ດ້ານການເງິນມີລາຍຈ່າຍຫຼາຍຈົນບາງເທື່ອເຮັດໃຫ້ເຈັບຫົວ, ດ້ານຄວາມຮັກບໍ່ຄວນໄປຄາດຫວັງ ເພາະຍິ່ງຈະເຮັດໃຫ້ເຈັບຫົວໃຈ.