ວັນທີ 17 ທັນວາ 2016 ທີ່ສູນການຄ້າວຽງຈັນເຊັນເຕີ, ບໍລິສັດຫົວເຫວີຍໄດ້ເປີດໂຕສະມາດທ໌ໂຟນໃໝ່ຫຼ້າສຸດ Huawei GR5 2017 ສູ່ສາຍຕາຄົນລາວ ເຊິ່ງງານມີຊື່ວ່າ: “ໄວລຸ້ນກວນ ຊວນກັນມາ ພາກັນມັນ”; ໂດຍເປັນປະທານເປີດງານໂດຍ ທ່ານ ຊູຈິນຢົງ ຜູ້ອໍານວຍການຝ່າຍອຸປະກອນສື່ສານ, ພ້ອມທັງແຂກທີ່ມີກຽດຈາກຫຼາຍສາຂາ, ຄູ່ຮ່ວມທຸລະກິດ, ພ້ອມດ້ວຍສື່ມວນຊົນ ແລະ ລູກຄ້າເຂົ້າຮ່ວມຢ່າງໜາແໜ້ນ.
ທ່ານ ຊູຈິນຢົງ ຜູ້ອໍານວຍການຝ່າຍອຸປະກອນສື່ສານ ຍັງໄດ້ກ່າວອີກວ່າ: ຫຼັງຈາກຫົວເຫວີຍ P9 ປະສົບຜົນສໍາເລັດຢູ່ລາວ ບໍ່ວ່າຈະເປັນດ້ານຍອດຂາຍ ແລະ ຄວາມມັກຂອງລູກຄ້າ, ເຊິ່ງແມ່ນສັນຍານອັນດີທີ່ລູກຄ້າໄວ້ໃຈ ແລະ ເຊື່ອໝັ້ນ ໃນຜະລິດຕະພັນຂອງຫົວເຫວີຍ, ດັ່ງນັ້ນ ຫົວເຫວີຍ ຈຶ່ງສືບຕໍ່ສະເໜີຜະລິດຕະພັນທີ່ມີຄຸນນະພາບ ລຸ້ນໃໝ່ຫຼ້າສຸດ Huawei GR5 2017, ກ່ອນໜ້ານີ້ 2 ອາທິດເຮົາໄດ້ເປີດໃຫ້ຈອງ ພ້ອມກັບໄດ້ຮັບໂປຼໂມຊັ່ນສຸດພິເສດເຊັ່ນ: ສາຍຮັດຂໍ້ແຂນອັດສະລິຍະ Huawei Band A1 ທີ່ມາພ້ອມກັບຄຸນສົມບັດພິເສດ, ພ້ອມກັບຊິມໂທລະສັບຈາກ ລາວໂທລະຄົມ ໂທ ແລະ ຫຼິ້ນເນັດຟີ ແລະ ສະຫຼັກຊື່ເທິງໂທລະສັບໃຫ້ຟີອີກດ້ວຍ.
ພາຍໃນງານນອກຈາກນໍາສະເໜີຜະລິດຕະພັນໃໝ່ແລ້ວ ຍັງມີການແນະນໍາວິທີການນໍາໃຊ້ ແລະ ພາຍໃນງານຍັງມີການສະແດງມິນິຄອນເສີດ ຈາກ ສາວ ແອນນິຕາ Huawei Brand Ambassador ແລະ ກໍຍັງມີ ໝຸ່ມ ໂອລາ ແບ໋ກອາຍນຳອີກ ແລະ ຍັງບໍ່ໝົດພາຍໃນງານຍັງມີການສະແດງລົດຖີບ BMX, ການເຕັ້ນຂອງວົງ B-BOYS, ການແຕ້ມຮູບ (ເພັ້ນສີໃສ່ກຳແພງ) ແລະ ກິດຈະກໍາຫຼິ້ນເກມຂີ່ງົວກະທິງເຊິ່ງບັນຍາກາດພາຍໃນງານເຕັມໄປດ້ວຍ ຄວາມມ່ວນຊື່ນ.