ເຖົ້າແລ້ວແທນທີ່ຈະໄດ້ຢູ່ສະບາຍ ເຫັນແລ້ວອົດທີ່ຈະສົງສານ ແມ່ຕູ້ ນ້ອຍ ບໍ່ໄດ້ເນື່ອງຈາກວ່າມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ອອກມາໂພສເຖິງເລື່ອງລາວຂອງ ແມ່ຕູ້ ນ້ອຍ ຍິງຊະລາ ອາໃສພຽງລຳພັງຄົນດຽວທີ່ ບ.ຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ, ຜົວຂອງແມ່ຕູ້ນ້ອຍໄດ້ຕາຍປະຫຼາຍປີແລ້ວ ແລະ ລູກກໍ່ບໍ່ມີນຳກັນຈັກຄົນ ແຕ່ລະມື້ ເກັບຜັກ ເກັບຫອຍ ມາຂາຍ ໄດ້ມື້ 4-5 ພັນກີບ ພໍໄດ້ຊື້ກີນ ມື້ໃດຫາໄດ້ກໍ່ໄດ້ກິນ ມື້ໃດຫາບໍ່ໄດ້ກະອົດ ເປັນເວລາຫຼາຍປີແລ້ວ ຍ້ອນຄວາມແກ່ຊະລາໂຕລົງທຸກມື້ ເຮັດໃຫ້ສາຍຕາກະບໍ່ຄ່ອຍເຫັນຮຸ່ງປານໃດ.

ຈາກເຫດການດັ່ງກ່າວເຮັດໃຫ້ມີຄົນໃນຊາວເນັດໃຫ້ຄວາມສົນໃຈ ເຂົ້າໄປກົດໄລ້ ກົດແຊຣ ໃຫ້ກຳລັງໃຈຕູ້ນ້ອຍຢ່າງຫຼວງຫຼາຍ.
https://www.facebook.com/sengvanmanyvong/videos/996707120489124/









ຖ້າໃຜສົງສານ ຢາກຊ່ວຍເຫຼືອ ຕູ້ນ້ອຍ ສາມາດເຂົ້າໄປເບິ່ງລາຍລະອຽດຊ່ອງທາງການຊ່ວຍເຫຼືອໄດ້ທີ່:
=> ທີມງານUFO ຊ່ວຍເຫຼືອຜູ້ທຸກຍາກ
=> ທ່ານ ONSOUK
=> ເລກບັນຊີ 1101 2000 1000 542 001
ເບີໂທ :030 9184414
app 02023332409
ຫຼື ໂທສອບຖາມນາຍບ້ານ ຕານປ່ຽວ 02022438107
ທີ່ມາ: Seng Vmnv
Kuanjai Magazine
