ອັບເດດຫຼ້າສຸດຈາກເພສເຟສບຸກ Thai NavySEAL ທີ່ໄດ້ປ່ອຍຄລິບ ນ້ອງໆ ທີມຮັກເຕະບານ ໝູປ່າ-ອາຄາເດມີ່ ຫຼັງຈາກທີ່ນ້ອງໆໄດ້ກິນອາຫານເພິ່ມພະລັງທີ່ໜ່ວຍຊີວດຳນໍ້ານຳເຂົ້າໄປ ແລະ ແພດທະຫານທີ່ຜ່ານການເຝິກໃນຫຼັກສູດນັກທຳລາຍໃຕ້ນໍ້າຈູ່ໂຈມໄດ້ກວດຮ່າງກາຍທີມໝູ່ປ່າທຸກຄົນແລ້ວ ແລະ ນ້ອງໆຍັງສົ່ງສຽງທັກທາຍສະບາຍດີຜູ້ຄົນທີ່ລໍຄອຍການອອກມາຂອງພວກເຂົາອີກດ້ວຍ
(ຄລິບນີ້ຖືກບັນທຶກໃນວັນທີ 3 ກໍລະກົດ 2018)
https://www.facebook.com/ThaiSEAL/videos/1634041306719262/
ພໍແຕ່ປ່ອຍຄລິບນີ້ອອກໄປເຮັດໃຫ້ຄົນແຫ່ເຂົ້າມາໃຫ້ກຳລັງໃຈ ຢາກໃຫ້ນ້ອງໆແຂງແຮງໄວໆ ແລະ ອອກມາຈາກຖໍ້າໃຫ້ປອດໄພກັນໝົດທຸກຄົນ.





ຄລິບຈາກ: Thai NavySEAL
Kuanjai Magazine
