ດັງບໍ່ຢຸດ ດຶງບໍ່ຢູ່ ສຳລັບ ແຜັດ ເພັດດາວອນ ແກ້ວມະນີວົງ ນັກຮ້ອງເງິນລ້ານ ທີ່ດຽວນີ້ເດີນສາຍອອກອີເວັ້ນແບບບໍ່ມີມື້ພັກກັນເລີຍ, ແຕ່ເຖິງຈະມີວຽກຫຼາຍປານໃດ ສາວ ແຜັດ ເພິ່ນກໍ່ບໍ່ລືມທີ່ຈະກັບໄປຢ້ຽມຢາມບ້ານເກີດທີ່ ນະຄອນປາກເຊ ແຂວງ ຈຳປາສັກ ເຊິ່ງຫຼ້າສຸດນາງກໍ່ໄດ້ກັບເມືອຫາຄອບຄົວ ພ້ອມກັບໄດ້ໂພສຮູບພາບຜ່ານເຟສບຸກສ່ວນຕົວ ແລະ ຍັງໄດ້ຂຽນແຄັບຊັ່ນທີ່ມີຄວາມໜ້າຮັກ ແລະ ແອບຊຶ້ງວ່າ:” ?
?..ກັບບ້ານມາຢາມແມ່ໃຫຍ່ ຄິດຮອດຫລາຍ..”
??..ກັບບ້ານມາຢາມແມ່ໃຫຍ່ ຄິດຮອດຫລາຍ..
โพสต์โดย Pat phetdavone khammanivong เมื่อ วันพุธที่ 4 กรกฎาคม 2018
ເຫັນຮູບພາບແລ້ວເຕັມໄປດ້ວຍຄວາມໜ້າຮັກ ອົບອຸ່ນ ແລະ ຫຼາຍຄົນຄົງຍັງບໍ່ຮູ້ວ່າ ຈາກມື້ນັ້ນຈົນຮອດມື້ນີ້ ສິ່ງໜຶ່ງທີ່ເຮັດໃຫ້ສາວລາວໃຕ້ຄົນນີ້ປະສົບຜົນສຳເລັດ ເຮັດຝັນໃຫ້ເປັນຈິງໄດ້ ກໍ່ຍ້ອນຄວາມກະຕັນຍູ ແລະ ຮັກຄອບຄົວ
ຄວາມສຸກທີ່ແທ້ຈິງຄືຄອບຄົວ ອີກມຸມໜຶ່ງຂອງ ສາວ ແຜັດ ທີ່ຍັງບໍ່ມີໃຜເຫັນ, ເບິ່ງແລ້ວມີຄວາມອົບອຸ່ນ ເປັນຄອບຄົວທີ່ໜ້າຮັກຫຼາຍໆ…
ຮູບພາບ: FB/Pat phetdavone khammanivong